ນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກຢູ່ແຂວງຫລວງພະບາງ ແລະ ຢ້ຽມຢາມຖາມຂ່າວປະຊາຊົນ ບ້ານບວມອໍ້

ວັນທີ 5 ສິງຫາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫລວງພະບາງ,ເຊິ່ງໄດ້ລົງພົບປະໂອ້ລົມອຳນາດການປົກຄອງ ແລະປະຊາຊົນຢູ່ບ້ານບວມອໍ້ ເມືອງ ຊຽງເງິນ, ຟັງລາຍງານກ່ຽວກັບສະພາບການພັດທະນາບ້ານ, ໄດ້ຖາມເຖິງສະພາບການດໍາລົງຊິວິດຂອງຕໍ່ປະຊາຊົນພາຍໃນບ້ານດັ່ງກ່າວ ໂດຍສະເພາະ ຂໍ້ສະດວກ ແລະ ທ່າແຮງການພັດທະນາ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາພາໃຫ້ເກີດບັນຫາເຄັ່ງຮ້ອນຕ່າງໆ ເປັນຕົ້ນ ບັນຫາ ລາຄາສິນຄ້າ, ບັນຫາຄ່າຄອງຊີບ, ອັດຕາແລກປ່ຽນ ແລະ ອື່ນໆ.

ພ້ອມນີ້ ທ່ານໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ແລະ ເມືອງ ສືບຕໍ່ລົງຊ່ວຍເຫລືອປະຊາຊົນ ທາງດ້ານເຕັກນິກວິຊາການ ເປັນຕົ້ນ ການປູກ-ການລ້ຽງ, ການຝຶກວິຊາຊີບ ແລະ ສີມືແຮງງານ, ການຈັດສັນທີ່ດິນ ແລະ ອາຊີບຄົງທີ່, ການປັບປຸງກົງຈັກບໍລິຫານ ບ້ານ, ການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ; ໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ເອົາໃຈໃສ່ສ້າງສະພາບແວດລ້ອມພາຍໃນບ້ານໃຫ້ມີຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍໂດຍສະເພາະ ການ ປູກຕົ້ນໄມ້ປະດັບ, ການປູກຕົ້ນໄມ້ໃຫ້ໝາກ, ການປູກຕົ້ນໄມ້ ເພື່ອປ້ອງກັນຕາຝັ່ງເຈື່ອນ; ສືບຕໍ່ເຕົ້າໂຮມຄວາມສາ ມັກຄີ ເພື່ອພ້ອມກັນສ້າງສາພັດທະນາບ້ານ ແລະ ປັບປຸງຊີວິດການເປັນຢູ່ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.