ລັດຖະມົນຕີ, ຫົວໜ້າ ຫສນຍ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງບໍ່ແກ້ວ

ວັນທີ 5 ສິງຫາ 2024 ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ຫົວໜ້າກອງເລຂາຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ຢູ່ແຂວງບໍ່ແກ້ວ ໂດຍມີທ່ານ ທອງຈັນ ມະນີໄຊ, ເຈົ້າແຂວງໆບໍ່ແກ້ວ ນຳພາຄະນະນຳຂອງແຂວງ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມເຮັດວຽກ.

ໃນໂອກາດນີ້, ທ່ານ ເຄື່ອນເພັດ ວົງຈັນ, ຮອງເຈົ້າແຂວງໆບໍ່ແກ້ວ ໄດ້ລາຍງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງຜັນຂະຫຍາຍບັນດານິຕິກຳ ກ່ຽວກັບການແກ້ໄບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ… ຊຶ່ງພາຍຫຼັງທີ່ໄດ້ຮັບທິດຊີ້ນຳ ແລະ ບັນດານິຕິກໍາ ທີ່ລັດ ຖະບານ ໄດ້ວາງອອກແລ້ວ ແຂວງບໍ່ແກ້ວ ກໍ່ໄດ້ຜັນຂະຫຍາຍອອກຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 447/ຈຂ.ບກ, ລົງວັນທີ 21 ມີນາ 2024 ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຂັ້ນແຂວງ; ອອກມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະ ບັບເລກທີ 402/ຄປພຂ.ບກ, ລົງວັນທີ 28 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບນໍາພາ-ຊີ້ນໍາແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ແລະ ການສ້າງຄວາມເຂັ້ມແຂງໃຫ້ຄະນະພັກ-ອໍານາດການປົກຄອງບ້ານ ພາຍໃນເມືອງຫ້ວຍຊາຍ. ຜ່ານການຈັດຕັ້ງປະຕິບັດສູ່ວຽກງານຕົວຈິງ ເຮັດໃຫ້ວຽກງານແຕ່ລະດ້ານ ມີການຫັນປ່ຽນດີຂຶ້ນເປັນກ້າວໆ, ເສດຖະກິດພາຍໃນແຂວງ ຂະຫຍາຍຕົວລະດັບ 4% ຮອດວັນທີ 26 ກໍລະກົດ 2024, ລວມຍອດຜະລິດຕະພັນພາຍໃນ GDP 1,747 ຕື້ກີບ, ການເກັບລາຍຮັບ ປະຕິບັດໄດ້ 471.40 ຕື້ກີບ ເທົ່າກັບ 78.59% ຂອງແຜນປີ, ລາຍຈ່າຍປະຕິບັດໄດ້ 213.64 ຕື້ກີບ ເທົ່າກັບ 54.76% ຂອງແຜນປີ.

ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ແລກປ່ຽນຄວາມຄິດເຫັນ ຕໍ່ຜູ້ເຂົ້າຮ່ວມ, ພ້ອມທັງ ສະເໜີໃຫ້ແຂວງ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ I ປີ 2024; ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ການຄຸ້ມຄອງລາຄາສິນຄ້າ ທີ່ຍັງເປັນບັນຫາຄົງຄ້າງໃຫ້ດີຂຶ້ນ ດ້ວຍມາດຕະການຕ່າງໆ ທີ່ໄດ້ວາງອອກ ຢ່າງເໝາະສົມ ເພື່ອປະກອບສ່ວນເຮັດໃຫ້ເສດຖະກິດມະຫາພາກ ມີສະຖຽນລະພາບ; ຕິດຕາມ ແລະ ຄຸ້ມ ຄອງການນໍາເຂົ້າທຶນຕົວຈິງ ຂອງບັນດາໂຄງການລົງທຶນ ຜ່ານລະບົບທະນາຄານ ຢ່າງເຂັ້ມງວດ; ແກ້ໄຂບັນຫາຢາເສບຕິດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນແຂວງ; ສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ, ຄົ້ນຄວ້າໂຄງປະກອບລາຄາສິນຄ້າທີ່ຈໍາເປັນ ເພື່ອຊອກຮູ້ປັດໃຈຕົ້ນຕໍ ທີ່ເປັນຜົນກະທົບຕໍ່ລາຄາສິນຄ້າ ແລະ ກໍານົດອັດຕາຂາຍ ໃນແຕ່ລະຂອດໃຫ້ ເໝາະສົມ; ຄຸ້ມຄອງ, ກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ບັນດາດ່ານຊາຍແດນ ໃຫ້ເຄື່ອນໄຫວຢ່າງຖືກຕ້ອງ, ຈຳ ກັດໄດ້ຊ່ອງຫວ່າງການສວຍໂອກາດຕ່າງໆ; ຕິດຕາມໂຄງການລົງທຶນດ້ານແຮ່ທາດ ເພື່ອປະເມີນການຈັດຕັ້ງປະຕິບັດບັນດາໂຄງການ ແລ້ວສະເໜີລັດຖະບານພິຈາລະນາ ຕໍ່ໂຄງການທີ່ບໍ່ມີຄວາມຄືບໜ້າ ແລະ ບໍ່ປະຕິບັດຕາມສັນຍາ; ສືບຕໍ່ເອົາໃຈໃສ່ແກ້ໄຂການນຳເຂົ້າສິນຄ້າ ທີ່ພາຍໃນແຂວງສາມາດຜະລິດໄດ້, ແກ້ໄຂການຄ້າຂາຍອອນລາຍ, ການນຳເຂົ້າພາຫະນະ ທີ່ເປັນລາຍຍ່ອຍ; ແກ້ໄຂບັນຫາພາຫະນະ ທີ່ນຳໃຊ້ ແລະ ນຳເຂົ້າ ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ ແລະ ສໍາເລັດໂດຍໄວ.

(ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ)