ຈັບໂຈນ 2 ຄົນ ທີ່ລັກຄຳ ປະຊາຊົນຫລາຍກວ່າ 68 ບາດ ແລະ ເງິນສົດ ຢູ່ເມືອງແອດ ແຂວງຫົວພັນ

ວັນທີ 5 ສິງຫາ 2024, ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ໃນທ້າຍເດືອນກໍລະກົດ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ພ້ອມດ້ວຍໄອຍາການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ນຳຕົວ ທ້າວ ກໍ້ ແລະ ທ້າວ ຜິວ ປະຊາຊົນ ບ້ານເບ້ຍ, ເມືອງແອດ, ແຂວງຫົວພັນ ມາສ້າງແຜນຈຳລອງເຫດການຄືນປະກອບຄຳຮັບສາລະພາບໃນຄະດີລັກຊັບເພື່ອປະກອບສຳນວນຄະດີດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ເຫດການລັກຊັບ ເກີດຂຶ້ນເມື່ອວັນທີ 8 ມິຖຸນາ ຜ່ານມາ ທັງ 2ຄົນຄື: ທ້າວ ກໍ້ ແລະ ທ້າວ ຜິວ ໄດ້ໄປລັກຊັບສິນ ຢູ່ເຮືອນຂອງທ້າວ ທອງໄມ ປະຊາຊົນບ້ານລູ້, ເມືອງແອດ, ປະກອບມີ: ຄຳ 68 ບາດ 3 ສະຫລຶງ, ເງິນສົດ 14 ລ້ານກວ່າກີບ ແລະ ໂທລະສັບ 1 ໜ່ວຍ, ພາຍຫລັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມເສຍຫາຍ ຈຶ່ງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ, ເກັບກໍາຂໍ້ມູນຫລັກຖານ, ຂຶ້ນບັນຊີຕິດຕາມເປົ້າໝາຍ ແລະ ສາມາດກັກຕົວຜູ້ກໍ່ເຫດໄດ້ 2 ຄົນ ຄື: ທ້າວ ກໍ້ ແລະ ທ້າວ ຜິວ ໃນວັນທີ 14 ມິຖຸນາ 2024 ມາດຳເນີນການສືບສວນ-ສອບສວນ; ເຊິ່ງພວກກ່ຽວຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດລັກຊັບຢູ່ເຮືອນຂອງ ທ້າວທອງໄມແທ້.

ຊັບສິນທີ່ລັກໄດ້ມີ ສາຍຄໍຄຳ 22 ເສັ້ນ, ແຫວນ 8 ວົງ, ຕ່ອງຫູ 99 ຕ່ອງ, ໂທລະສັບ 1 ໜ່ວຍ ແລະ ເງິນກີບ 14,300,000 ກີບ; ໂດຍໄດ້ແບ່ງເງິນໃຫ້ ທ້າວ ກໍ້ 7,000,000 ກີບ ກັບ ໂທລະສັບ 1 ໜ່ວຍ, ທ້າວ ຜິວ ໄດ້ເງິນ 7,300,000 ກີບ; ສ່ວນຄໍາ ໄດ້ຕົກລົງໃຫ້ທ້າວ ຜິວ ຮັກສາໄວ້ຖ້າມີໂອກາດປີໜ້າ ຈຶ່ງເອົາໄປຂາຍໄດ້ເງິນມາແລ້ວຈຶ່ງແບ່ງກັນ, ຕໍ່ມາທັງສອງຄົນ ຖືກເຈົ້າໜ້າທີ່ກັກຕົວໄດ້ ຢູ່ຈຸດກວດສົ້ນຂົວນ້ຳມ້າເມືອງແອດ, ໃນຂະນະທີ່ພວກກ່ຽວກຳລັງຂັບຂີ່ລົດຈັກອອກຈາກບ້ານເບ້ຍ ເພື່ອໄປຫລິ້ນຢູ່ເມືອງຊຽງຄໍ້.

ປັດຈຸບັນ, ເຈົ້າໜ້າທີ່ສາມາດກັບກູ້ຊັບສິນທີ່ເສຍຫາຍມາໄດ້ມີ ຄຳ 33 ບາດ 1 ສະຫລຶງ, ໂທລະສັບ 1 ໜ່ວຍ ແລະ ເງິນ 6,800,000 ກີບ.