6 ເດືອນຕົ້ນປີ ປກສ ແຂວງຫລວງນໍ້າທາ ແກ້ໄຂຄະດີຄ້າມະນຸດ7ກໍລະນີ ກັກຕົວຜູ້ຕ້ອງຫາໄດ້ 14 ຄົນ       

  ພັນໂທ ລາດສະຫວ່າງ ປຣະຈິດທໍາ ຮອງຫົວໜ້າຫ້ອງຕໍາຫລວດ ຜູ້ຊີ້ນໍາວຽກງານຕ້ານການຄ້າມະນຸດ ປກສ ແຂວງຫລວງນໍ້າທາ ລາຍງານວ່າ: ໄລຍະ 6 ເດືອນຕົ້ນປີ 2024ເຈົ້າໜ້າທີ່ ປກສແຂວງ ຫລວງນໍ້າທາ ໄດ້ສົມທົບພາກສ່ວນກ່ຽວຂ້ອງໄດ້ເຮັດວຽກງານປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດຢ່າງຕັ້ງໜ້າ ເຊິ່ງທົ່ວແຂວງ ມີຄະດີຄ້າມະນຸດເກີດຂຶ້ນ 7 ກໍລະນີ ແລະ ກັກຜູ້ຕ້ອງຫາໄດ້ 14 ຄົນ, ຍິງ 6 ຄົນ, ໃນນີ້ມີຄະດີຄ້າມະນຸດ 1 ລາຍ, ຄະດີທໍາມິດສະຈານ 6 ລາຍ,  ແລະ ໄດ້ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ເປັນຍິງສາວ ທີ່ມາພັກເຊົາຊົ່ວຄາວຢູ່ສູນຮັບຕ້ອນ 8 ຄົນ (ອາຍຸຕໍ່າກວ່າ 18 ປີ ມີ 2 ຄົນ, ຕ່າງປະເທດ 1 ຄົນ). ໄດ້ຈັດສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຄືນສູ່ຄອບຄົວ 1 ຄົນ, ສົ່ງກັບຄືນສູ່ປະເທດຫວຽດນາມ 1 ຄົນ (ອາຍຸຕໍ່າກວ່າ 18 ປີ); ປັດຈຸບັນ, ຍັງມີຍິງສາວຜູ້ຖືກເຄາະຮ້າຍ 5 ຄົນ, ອາຍຸຕໍ່າກວ່າ 18 ປີ 1 ຄົນ.     

   ແຂວງຫລວງນໍ້າທາ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະ ສາທາລະນະລັດ ສະຫະພາບມຽນມາ ເປັນເຂດສ່ຽງໃຫ້ກຸ່ມຄົນບໍ່ດີເຄື່ອນໄຫວເປັນທາງຜ່ານຂອງການຄ້າມະນຸດດ້ວຍຫລາຍຮູບການ ເປັນຕົ້ນການແຕ່ງດອງແອບແຝງ, ອອກແຮງງານດ້ວຍການຕົວະຍົວະຫລອກລວງ, ໃຊ້ເງິນຄໍາຊື້ຈ້າງຈອບອອຍ ເຮັດໃຫ້ປະຊາຊົນ ແລະ ໄວໜຸ່ມຕົກເປັນເຫຍື່ອຂອງການຄ້າມະນຸດ.

  ດັ່ງນັ້ນ,  ເພື່ອເປັນການປົກປ້ອງປະຊາຊົນບັນດາເຜົ່າທັງຄົນລາວ ແລະ ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນ ໄວ ໜຸ່ມຍິງ-ຊາຍ ໃຫ້ມີສະຕິລະວັງຕົວຈາກກຸ່ມຄົນບໍ່ຫວັງດີທີ່ເຂົ້າມາຕົວະຍົວະຫລອກລວງ, ຍຸຍົງ, ສວຍໃຊ້ອໍານາດ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ຈອບອອຍດ້ວຍຫລາຍຮູບການເຊັ່ນ ການໝັ້ນໝາຍ, ແຕ່ງງານແອບແຝງ, ການໃຫ້ຖືພາ, ຂໍທານ, ຖືກບັງຄັບໃຫ້ເປັນໂສເພນີ, ເອົາອະໄວຍະວະຂອງຮ່າງກາຍໄປຂາຍ ແລະ ສິ່ງອື່ນໆ ທີ່ຂັດກັບລະບຽບກົດໝາຍ ແລະ ວັດທະນາທໍາອັນດີງາມຂອງຊາດ ຫລື ຈຸດປະສົງອື່ນເພື່ອຫາຜົນປະໂຫຍດ.

ຂໍ້ມູນ: ປກສ ແຂວງຫລວງນ້ຳທາ