ເຈົ້າແຂວງໆຈຳປາສັກ ຊີ້ນໍາໃຫ້ເມືອງຊະນະສົມບູນ ຫັນລົງທ້ອງຖິ່ນຮາກຖານຕິດພັນກັບການແກ້ໄຂບັນຫາຕົວຈິງ

ວັນທີ 2 ສິງຫາ 2024ນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ ພ້ອມຄະນະໄດ້ເຄື່ອນໄຫວນຳພາ-ຊີ້ນໍາ, ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານພັດທະນາຊົນນະບົດຮອບດ້ານ ຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ. ພ້ອມທັງໄດ້ຮັບຟັງລາຍງານສະພາບລວມກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຢູ່ພາຍໃນເມືອງໃນໄລຍະຜ່ານມາ ແລະ ທ່າແຮງບົ່ມຊ້ອນຂອງເມືອງ ເຊິ່ງຖືເອົາການປູກເຂົ້າ ແລະ ພືດ, ການລ້ຽງສັດ ປະເພດໝູ, ຫັດຖະກໍາຕໍ່າແຜ່ນ, ຈັກສານ ແລະ ປັ້ນຫລໍ່.

ໂອກາດນີ້, ທ່ານ ເຈົ້າແຂວງຈຳປາສັກ ໄດ້ໂອ້ລົມຊີ້ນຳໃຫ້ຄະນະພັກ-ອົງການປົກຄອງເມືອງ ເອົາ ໃຈໃສ່ຍົກສູງການນໍາພາວຽກງານດ້ານການເມືອງ-ແນວຄິດ, ສ້າງຄວາມເປັນແບບຢ່າງໃນການນໍາພາ-ຊີ້ນໍາ, ລົງໃກ້ຊິດຕິດແທດກັບມະຫາຊົນ ແລະ ທ້ອງຖິ່ນຮາກຖານຕິດພັນກັບການແກ້ໄຂບັນຫາຕົວຈິງ ເພື່ອສ້າງໃຫ້ສະມາຊິກພັກ, ພະນັກງານໃນທຸກຂົງເຂດວຽກງານ, ທຸກການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ມີຄວາມເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງພັກ; ສືບຕໍ່ເພີ່ມທະວີຄວາມສາມັກຄີຕິດພັນກັບຄວາມເປັນເອກະພາບ ພາຍໃນຄະນະພັກແຕ່ລະຂັ້ນໃຫ້ເປັນປຶກແຜ່ນແໜ້ນໜາ ໂດຍສະເພາະແມ່ນການກໍານົດທິດທາງໃນການເຄື່ອນໄຫວວຽກງານຕ່າງໆ ແລະ ການກໍານົດຈັດວາງບຸກຄະລາກອນ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະພັກເມືືອງ, ຄວາມເປັນເອກະພາບທາງດ້ານເສດຖະກິດ ຕ້ອງລະອຽດຈະແຈ້ງ, ເປີດເຜີຍ, ສາມາດກວດສອບໄດ້ ແລະ ມີຄວາມເປັນເອກະພາບໃນການຈັດວາງງົບປະມານ ເພື່ອເປັນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ; ສືບຕໍ່ອອກແຮງແຂ່ງຂັນຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມທ້າຍສະໄໝ.

ນອກນີ້ ກໍໃຫ້ເອົາໃຈໃສ່ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ການກໍ່ສ້າງໜ່ວຍພັກ, ຄະນະພັກ ແລະ ສະມາຊິກພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍສະເພາະໃນໄລຍະກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເອົາໃຈໃສ່ການແກ້ໄຂບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມດ້ວຍການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ໂດຍສະເພາະໃນຖັນແຖວສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂະບວນການຮັກຊາດ ແລະ ພັດທະນາ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ.