ສະຫາຍ ທອງລຸນ ສີສຸລິດ ສົ່ງໂທລະເລກຊົມເຊີຍ ສະຫາຍໂຕເລິມ ທີ່ໄດ້ຮັບແຕ່ງຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄົນໃໝ່

ໃນວັນທີ 3 ສິງຫາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກຊົມເຊີຍ ເຖິງ ສະຫາຍ ໂຕເລີມ ກໍາມະການກົມການເມືອງສູນກາງພັກ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄົນໃໝ່ ຊຶ່ງໂທລະເລກຊົມເຊີຍ ມີເນື້ອໃນດັ່ງນີ້:

ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII ໃນວັນທີ 3 ສິງຫາ. ການທີ່ສະຫາຍ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງອັນສໍາຄັນນີ້ ສະແດງເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງທົ່ວພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ຄວາມຮູ້ຄວາມສາມາດ ແລະ ບົດຮຽນປະສົບການອັນອຸດົມສົມບູນ ແລະ ຜົນງານອັນພົ້ນເດັ່ນ ຂອງສະຫາຍ ໃນການ ຊີ້ນໍາ ນໍາພາ ຕະຫຼອດໄລຍະຜ່ານມາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ ໂດຍມີສະຫາຍເປັນຜູ້ນໍາໜ້າ, ປະຊາຊົນຫວຽດນາມ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກກອມມູນິດຫວຽດນາມ ຢ່າງມີໄຊ ເພື່ອບັນລຸເປົ້າໝາຍ ສ້າງປະເທດ ສສ ຫວຽດນາມ ໃຫ້ກາຍເປັນປະເທດ ອຸດສາຫະກໍາ ຕາມທິດທັນສະໄໝ, ເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ, ສີວິໄລ ແລະ ກາຍເປັນປະເທດທີ່ພັດທະນາ ຕາມທິດສັງຄົມນິຍົມ. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫາຍ ແລະ ບັນດາສະຫາຍການນໍາ ພັກ, ລັດ ຫວຽດນາມ ໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດວຽກງານ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ, ກໍຄື ປະກອບສ່ວນເຂົ້າໃນການເສີມສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອ ກາດອັນມີຄວາມໝາຍນີ້, ຂໍອວຍພອນໃຫ້ ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສໍາເລັດອັນໃຫຍ່ຫຼວງ ໃນພາລະກິດທີ່ມີກຽດສູງສົ່ງຂອງສະຫາຍ.