ປະທານສານປະຊາຊົນສູງສຸດ ເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ

ຂ່າວແຂວງເຊກອງລາຍງານວ່າ: ວັນທີ 1 ສິງຫາ 2024 ຜ່ານມານີ້ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງເຊກອງ ໂດຍການຕ້ອນຮັບຂອງທ່ານ ນາງ ສີວິໄລ ຜາວິໄລ ຮອງປະທານສານປະຊາຊົນແຂວງເຊກອງ ພ້ອມຄະນະ ແລະ ພະນັກງານ ວິຊາການສານປະຊາຊົນເຂົ້າຮ່ວມ.
ທ່ານ ນາງ ສີວິໄລ ຜາວິໄລ ໄດ້ລາຍງານວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາສານປະຊາຊົນແຂວງເຊກອງ ແລະ ສານປະຊາຊົນເຂດ ເວລາໃດກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄົ້ນຄວ້າ, ພິຈາລະນາ, ແກ້ໄຂຄະດີ ແລະ ຕັດສິນຄະດີຕ່າງໆ ຕາມຂັ້ນຕອນຂອງກົດໝາຍດ້ວຍຄວາມໂປ່ງໃສ ເພື່ອຮັບປະກັນຄວາມຍຸຕິທໍາແກ່ສັງຄົມ, ຊຶ່ງໃນໄລຍະ 6 ເດືອນຕົ້ນປີ 2024, ມີຄະດີຄ້າງມາແຕ່ກ່ອນ ແລະ ຄະດີເຂົ້າໃໝ່ ເຂົ້າມາຍັງສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ I ທັງໝົດ 75 ເລື່ອງ, ແກ້ໄຂແລ້ວ 40 ເລື່ອງ, ຍັງຄ້າງ 35 ເລື່ອງ ໃນນີ້, ຄະດີເຂົ້າມາສານປະຊາຊົນແຂວງ 46 ເລື່ອງ, ແກ້ໄຂແລ້ວ 34 ເລື່ອງ ເທົ່າກັບ 73,91% ຂອງການແກ້ໄຂຄະດີທັງໝົດ ແລະ ຄະດີເຂົ້າສານປະຊາຊົນເຂດ I ມີ 29 ເລື່ອງ ແກ້ໄຂແລ້ວ 6 ເລື່ອງ ເທົ່າກັບ 20,68% ຂອງການແກ້ໄຂຄະດີທັງໝົດ. ພ້ອມກັນນີ້, ກໍໄດ້ຈັດສົ່ງພະນັກງານສານປະຊາຊົນ ແລະ ສານປະຊາຊົນເຂດໄປເຝິກອົບຮົມວຽກງານຜູ້ຊ່ວຍຜູ້ພິພາກສາຈຳນວນ 4 ຄົນ, ໄດ້ຈັດສົ່ງພະນັກງານໄປຍົກລະດັບທາງດ້ານທິດສະດີ ການເມືອງ-ການປົກຄອງ 3 ຄົນ, ໄດ້ຈັດສົ່ງຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະ ພະນັກງານວິຊາການເຂົ້າຝຶກອົບຮົມ ທາງດ້ານວິຊາການຈໍານວນຫລາຍຄັ້ງ.
ໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນບາງບັນຫາ ເປັນຕົ້ນ ໃຫ້ຄະນະພັກ-ຄະນະນໍາສານປະຊາຊົນແຂວງເຊກອງ ແລະ ສານປະຊາຊົນເຂດ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໂດຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຂອງລັດ ໃຫ້ຖັນແຖວສະມາຊິກພັກ-ພະນັກງານໃຫ້ເລິກເຊິ່ງ, ຄຽງຄູ່ກັບການຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ສ້າງພະນັກງານໃຫ້ມີຄວາມຊໍານານງານ ກາຍເປັນມືອາຊີບໃນການຄົ້ນຄວ້າພິຈາລະນາຄະດີ, ປະຕິບັດຈັນຍາບັນ-ຈັນຍາທໍາ ໃນອາຊີບຢ່າງເຂັ້ມງວດ, ເພື່ອປະຕິບັດເປັນເຈົ້າໜ້າທີ່ກົດໝາຍ ແລະ ຕັດສິນຕາມກົດໝາຍໃຫ້ຄ່ອງແຄ້ວ, ຖືກຕ້ອງ, ເປັນທໍາ ເພື່ອນໍາເອົາຄວາມຍຸຕິທໍາມາໃຫ້ສັງຄົມ. ນອກຈາກນີ້, ໃຫ້ຄະນະປະທານສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ I ແຂວງເຊກອງ ເອົາໃຈໃສ່ນໍາພາປະຕິບັດໜ້າທີ່ວິຊາສະເພາະ ໂດຍສຸມໃສ່ແກ້ໄຂຄະດີໃຫ້ບັນລຸຄາດໝາຍ ທີ່ສະພາແຫ່ງຊາດໄດ້ອອກມະຕິຮັບຮອງໃຫ້ສານປະຊາຊົນພວກເຮົາ ແກ້ໄຂຄະດີອາຍາ ໃຫ້ໄດ້ 90%, ຄະດີແພ່ງ, ການຄ້າໃຫ້ໄດ້ 75%, ຄະດີຄອບຄົວ, ແຮງງານ, ເດັກ ໃຫ້ໄດ້ 85% ຂຶ້ນໄປ.

