ແຂວງຈໍາປາສັກ ຈັດພິທີຢຸດຕິການເກັບເງິນຄ່າຜ່ານທາງ 14A ຢ່າງຖາວອນ ນັບແຕ່ວັນທີ 1 ສິງຫາ 2024 ເປັນຕົ້ນໄປ

ວັນທີ 1 ສິງຫາ 2024, ແຂວງຈໍາປາສັກ ຮ່ວມກັບ ບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈໍາກັດຜູ້ດຽວ ໄດ້ຈັດພິທີຢຸດຕິການເກັບຄ່າຜ່ານທາງ 14A ບ້ານຫ້ວຍເພັກ ເມືອງໂພນທອງ ຫາ ບ້ານພະພີນ ເມືອງຈໍາປາສັກ ແຂວງຈໍາປາສັກ ຢ່າງຖາວອນ ນັບແຕ່ວັນທີ 1 ສິງຫາ 2024 ເປັນຕົ້ນໄປ. ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ແລະ ພາກສ່ວນກ່ຽວເຂົ້າຮ່ວມ.

ການຢຸດຕິດັ່ງກ່າວແມ່ນຍ້ອນເຫັນໄດ້ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ ແລະ ແຂວງຈໍາປາສັກ ທີ່ກຳລັງປະເຊີນຢູ່, ເພື່ອເປັນການຫລຸດຜ່ອນພາລະການໃຊ້ຈ່າຍໃຫ້ປະຊາຊົນ ບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ ທີ່ນໍາໃຊ້ເສັ້ນທາງດັ່ງກ່າວ ໄປ-ມາ ຈຶ່ງເຫັນດີເປັນເອກະພາບ ຍົກເລີກສັນຍາສຳປະທານ /ກິດຈະການ ແລະ ຢຸດຕິການເກັບຄ່າຜ່ານທາງຈຸດນີ້ຢ່າງຖາວອນ ນັບແຕ່ວັນທີ 1 ສິງຫາ 2024 ນີ້ເປັນຕົ້ນໄປ. ພ້ອມທັງໄດ້ມອບເສັ້ນທາງ ຄືນໃຫ້ແກ່ອົງການປົກຄອງແຂວງຈຳປາສັກ ຄຸ້ມຄອງປົກປັກຮັກສາ ແລະ ນໍາໃຊ້ ຕໍ່ໄປ.