ຮອງເຈົ້າແຂວງຫລວງພະບາງ ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ຜູ້ປະສົບໄພນໍ້າຖ້ວມ

ວັນທີ 30 ກໍລະກົດ 2024 ນີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍ ຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ສົມທົບກັບ ອົງການປົກຄອງເມືອງວຽງຄໍາ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ກັບປະຊາຊົນ ບ້ານເມືອງໝ້ວຍ, ບ້ານວັງຄໍາ ກຸ່ມເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ ແລະ ບ້ານສົບເຮືອງ ກຸ່ມສົບເຮືອງ ເມືອງວຽງຄຳ, ທີ່ໄດ້ຮັບຜົນກະທົບຈາກໄພພິ ພັດນ້ຳຖ້ວມ ໃນລະຫວ່າງວັນທີ 24-25 ກໍລະກົດ ຜ່ານມາ.
ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າໃຫ້ກັບການນຳແຂວງ ສະແດງຄວາມເປັນຫ່ວງຕໍ່ກັບຊີວິດການເປັນຢູ່, ການດຳລົງຊີວິດຂອງປະຊາຊົນ, ທັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ ແລະ ທຸກພາກສ່ວນ ຕ້ອງເພີ່ມທະວີຄວາມສາມັກຄີ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມກັນສູ້ຊົນຜ່ານຜົ້ນວິກິດໃນຄັ້ງໄປດ້ວຍດີ, ປັບປຸງຊີວິດການເປັນຢູ່ ໃຫ້ກັບຄືນສະພາບປົກກະຕິໂດຍໄວ ຕິດພັນກັບການປ້ອງກັນພະຍາດລະບາດທີ່ອາດຈະເກີດຂຶ້ນ. ຈາກນັ້ນ ໄດ້ມອບເງິນສົດ ຈຳນວນ 70 ລ້ານກີບ, ລວມທັງນໍ້າດືມ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ອີກຈຳນວນໜື່ງ ລວມມູນຄ່າທັງໝົດ 106.500.000 ກີບ ໃຫ້ກັບການນຳເມືອງວຽງຄໍາ ພ້ອມທັງລົງແຈກຢ້າຍໃຫ້ກັບປະຊາຊົນ ທີ່ໄດ້ຖືກຜົນກະທົບ, ເພື່ອແກ້ໄຂບັນເທົາທຸກໃນເບື້ອງຕົ້ນ ຕື່ມອີກ.


