ເດືອນມິຖຸນາ 2024 ການຄ້າຂອງລາວລວມມູນຄ່າໄດ້ 1,227 ລ້ານໂດລາ ຂາດດຸນການຄ້າ 133 ລ້ານໂດລາ

ສູນຂໍ້ມູນຂ່າວສານການຄ້າ ລາຍງານວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ມີຖຸນາ 2024 ບັນລຸໄດ້ 1,227 ລ້ານໂດລາສະຫະລັດ, ທຽບໃສ່ ເດືອນ ພຶດສະພາ ຜ່ານມາ ແມ່ນເພີ່ມຂຶ້ນປະມານ 10%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 547 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 680 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 7% ທຽບໃສ່ ເດືອນ ພຶດສະພາ ທີ່ຜ່ານມາ.
10 ສິນຄ້າສົ່ງອອກຕົ້ນຕໍ ປະກອບມີ: ເກືອກາລີ 80 ລ້ານໂດລາສະຫະລັດ, ຄໍາປະສົມ 67 ລ້ານໂດລາສະຫະລັດ, ເຈ້ຍ 40 ລ້ານໂດລາສະຫະລັດ, ຢາງພາລາ 29 ລ້ານໂດລາສະຫະລັດ, ແຮ່ທອງ 27 ລ້ານໂດລາສະຫະລັດ, ເຍື່ອໄມ້ 23 ລ້ານໂດລາສະຫະລັດ, ນໍ້າຕານ 17 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 16 ລ້ານໂດລາສະຫະລັດ, ໝາກກ້ວຍ 12 ລ້ານໂດລາສະຫະລັດ ແລະ ມັນຕົ້ນ 8 ລ້ານໂດລາສະຫະລັດ.
10 ສິນຄ້ານໍາເຂົ້າຕົ້ນຕໍ ປະກອບມີ: ນ້ຳມັນກາຊວນ 88 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 67 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 63 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 51 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ແລະ ເຫຼັກກ້າ 39 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 36 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ-ແອັດຊັງພິເສດ 22 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 21 ລ້ານໂດລາສະຫະລັດ ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 6 ລ້ານໂດລາສະຫະລັດ.
5 ອັນດັບປະເທດສົ່ງອອກຕົ້ນຕໍມີ: ຈີນ ປະມານ 199 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 115 ລ້ານໂດລາສະຫະລັດ, ໄທ ປະມານ 100 ລ້ານໂດລາສະຫະລັດ, ອາເມລິກາ ປະມານ 20 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 18 ລ້ານໂດລາສະຫະລັດ.
5 ອັນດັບປະເທດນໍາເຂົ້າຕົ້ນຕໍ ປະກອບມີ: ຈີນ ປະມານ 271 ລ້ານໂດລາສະຫະລັດ,ໄທ ປະມານ 258 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 63 ລ້ານໂດລາສະຫະລັດ, ສ. ອາເມລິກາ 23 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 16 ລ້ານ ໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ມິຖຸນາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

