ປະທານປະເທດ ລາວ-ຫວຽດນາມ ຮ່ວມພົບປະສອງຝ່າຍ

ໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຂົ້າຮ່ວມພິທີໄວ້ອາໄລ ແລະ ງານຊາປະນະກິດ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ລະຫວ່າງ ວັນທີ 25-26 ກໍລະກົດ 2024 ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ໂຕ ເລິມ ປະທານປະເທດ ສສ ຫວຽດນາມ.
ການພົບປະຄັ້ງນີ້, ໄດ້ດຳເນີນ ໃນບັນຍາກາດທີ່ໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ຈ້ອງ ຊຶ່ງສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ກ່າວບາງຕອນສຳຄັນວ່າ: ໃນນາມ ພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ, ແນວລາວສ້າງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ ຂໍສະແດງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ຊຶ່ງແມ່ນການສູນເສຍອັນຍິ່ງໃຫຍ່, ສູນເສຍຜູ້ນໍາ ປະຕິວັດທີ່ອົງອາດກ້າແກ່ນຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ກ່າວເນັ້ນວ່າ ສະຫາຍ ຫງວຽນ ຝູ໋ ຈ້ອງ ແມ່ນສະຫາຍທີ່ເຄົາລົບຮັກ, ເພື່ອນທີ່ຍິ່ງໃຫຍ່ ແລະ ໃກ້ຊິດສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນລາວ. ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ກໍແມ່ນຄວາມສູນເສຍຢ່າງໃຫຍ່ຫຼວງຂອງ ພັກ, ລັດ ແລະ ປະຊາຊົນລາວ.
ສະຫາຍ ໂຕເລິມ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ທີ່ໄດ້ເດີນທາງມາຮ່ວມພິທີໄວ້ອາໄລ ແລະ ແບ່ງເບົາຄວາມທຸກໂສກນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງ ພັກກອມມູນິດຫວຽດນາມ.
ສອງຝ່າຍ ໄດ້ຫວນຄືນເຖິງຄຸນງາມຄວາມດີຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ຕໍ່ການພັດທະນາ ແລະ ປົກປັກຮັກສາປະເທດຫວຽດນາມ ແລະ ການເພີ່ມພູນຄູນສ້າງ ສາຍພົວພັນສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ, ຈະພ້ອມກັນສືບຕໍ່ພາລະກິດຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ໃນ ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
