ປະຊາຊົນ 324 ຄອບຄົວ ຢູ່ເມືອງວຽງຄໍາ ຖືກຜົນກະທົບຈາກນ້ຳຖ້ວມ ຄວາມເສຍຫາຍທັງໝົດ 5 ຕື້ 679 ລ້ານກວ່າກີບ

ວັນທີ 25 ກໍລະກົດ 2024, ທ່ານ ທະລາກອນ ບໍລະວົງ ເຈົ້າເມືອງວຽງຄໍາ ແຂວງຫລວງພະບາງ ລາຍງານສະພາບຄວາມເສຍຫາຍເບື້ອງຕົ້ນຈາກໄພພິບັດນໍ້າຖ້ວມ ວ່າ: ໃນວັນທີ 23-24 ກໍລະກົດຜ່ານມາ ມີປະຊາຊົນຖືກຜົນກະທົບຈາກນ້ຳຖ້ວມ 13 ບ້ານ, 324 ຄອບຄົວ ຄື: ບ້ານເມືອງໝ້ວຍ, ວັງຄໍາ, ຫ້ວຍໂກນ, ປາກລາວ, ບວມມີ້, ຕຸ້ມມິ່ງ, ວຽງທອງ, ສົບເຮືອງ, ນາແວ່ນ, ປ່າໄຜ, ນໍ້າຊອຍ, ຫາດຫ່ຽນ ແລະ ບ້ານຫ້ວຍພຽງ. ຄາດຄະເນຄວາມເສຍຫາຍທັງໝົດ 5 ຕື້ 679 ລ້ານກວ່າກີບ.
ຜົນເສຍຫາຍ: ເຮືອນໄຫລ 4 ຫລັງ; ເຂົ້າເປືອກ, ເຂົ້າສານ 3 ເຫລົ້າຖືກນໍ້າຊຸໄຫລ; ສັດລ້ຽງ 2,000 ກວ່າໂຕ; ເນື້ອທີ່ດິນກະສິກໍາ ເສຍຫາຍ ເກືອບ 35 ເຮັກຕາ; ຊົນລະປະທານ 4 ແຫ່ງ; ໜອງປາ 32 ໜອງ; ເຄື່ອງໃຊ້ຄົວເຮືອນ ເສຍຫາຍ 120 ກວ່າຄອບຄົວ.
ສ່ວນດ້ານຄົມມະນາຄົມ ມີເສັ້ນທາງ 1C ແຕ່ບ້ານວຽງຄໍາ ຫາ ຊາຍແດນເມືອງຮ້ຽມ ແຂວງຫົວພັນ ບໍ່ສາມາດສັນຈອນໄດ້; ໄຟຟ້າ 20 ບ້ານບໍ່ສາມາດນໍາໃຊ້ໄດ້; ນໍ້າລິນ ເສຍຫາຍ 12 ບ້ານ ຄິດເປັນມູນຄ່າ 432 ລ້ານກີບ.
ສຳລັບວິທີແກ້ໄຂ: ໄດ້ແຕ່ງຕັ້ງຄະນະສະເພາະກິດ ຂັ້ນເມືອງ ລົງຕິດຕາມ, ກວດກາ, ເກັບກໍາຂໍ້ມູນ, ເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາຊົນ; ທີມງານ 5-7 ຄົນລົງປະຈໍາ 12 ບ້ານ; ປຸກລະດົມ ຂໍຄວາມຊ່ວຍເຫລືອບັນດາບໍລິສັດ, ຫ້າງຮ້ານປະກອບສ່ວ ຊ່ວຍທົ່ວສັງຄົມ. ພ້ອມນີ້ຍັງຕ້ອງການສິ່ງຈໍາເປັນຮີບດ່ວນເຊັ່ນ: ເຂົ້າສານອາຫານແຫ້ງ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຮົມ ແລະ ອື່ນໆ.


