ຕຳຫລວດຈະລາຈອນ ກັກຕົວ ຜູ້ຄອບຄອງ ຢາໄອສ໌ ແລະ ຢາອີ ພ້ອມດຳເນີນຕາມລະບຽບກົດໝາຍ

ວັນທີ 22 ກໍລະກົດ 2024 ນີ້, ຂ່າວ ປກສ ແຂວງຈຳປາສັກ ລາຍງານວ່າ: ເມື່ອວັນທີ 4 ກໍລະກົດນີ້ ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ແຂວງຈໍາປາສັກ ໄດ້ຕັ້ງຈຸດກວດກາເອກະສານຂອງຜູ້ຂັບຂີ່ຢູ່ເຂດບ້ານພັດທະນາ ນະຄອນປາກເຊ ແຂວງຈຳປາສັກ ແລະ ກວດກາຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນ. ຮອດເວລາປະມານ 16:35 ໂມງ ເຈົ້າໜ້າທີ່ ໄດ້ກວດກາລົດຈັກຮອນດາດີຼມ ສີຂາວແດງ ທະບຽນ ຈກ 8106 ຈຳປາສັກ ຂັບຂີ່ໂດຍ ທ້າວ ໂຈ ອຸ້ຍຕຳພູນ ອາຍຸ 18 ປີ ສັນຊາດລາວ ປະຊາຊົນ ບ້ານລົ່ມສັກເໜືອ ເມືອງບາຈຽງ, ແຂວງຈໍາປາສັກ, ກວດພົບເຫັນເຄື່ອງຂອງກາງຢາໄອສ໌ 7 ຖົງນ້ອຍ ແລະ ຢາອີ 1 ເມັດ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວມາສອບສວນ.

ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ແຂວງຈໍາປາສັກ ໄດ້ມອບໃຫ້ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ເພື່ອນໍາໄປດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.