ລົງນາມຮ່ວມມືໂຄງການກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2024

ການລົງນາມໃນສັນຍາຮ່ວມມືໂຄງການພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລະຫວ່າງ, ສປປ ລາວ ແລະ ສປ ຈີນ ດຳເນີນໄປໃນວັນທີ 16 ກໍລະກົດ 2024 ທີ່ກະຊວງການຕ່າງປະເທດ, ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຟ່າງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ.
ໃນປີ 2024 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການ ມູນຄ່າຫຼາຍກວ່າ 2 ຕື້ 665 ລ້ານໂດລາສະຫະລັດ ເຊິ່ງລວມມີໂຄງການຊ່ວຍເຫລືອໃຫ້ແກ່ຂັ້ນສູນກາງ ແລະ ທ້ອງ ຖິ່ນ ເຊິ່ງກວມເອົາຫລາຍຂົງເຂດ ເປັນຕົ້ນແມ່ນ: ກະສິກຳສິ່ງແວດລ້ອມ, ການຄຸ້ມຄອງຊັບພະຍາກອນ ນໍ້າ, ສາທາລະນະສຸກ, ການຄ້າ, ສ້າງຄວາມສາມາດໃນການຜະລິດອຸດສາກະກຳ, ພັດທະນາຊັບພະຍາ ກອນມະນຸດ ແລະ ສົ່ງເສີມການທ່ອງທ່ຽວ.
ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກ ເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອານາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ. ທ່າມກາງສະພາບການຂອງໂລກທີ່ຍັງສືບຕໍ່ປະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ,ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມມືຫລາຍຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ. ເພື່ອການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ ຊຶ່ງໄດ້ປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນນັ້ນ, ສປ ຈີນ ໄດ້ປະກາດສ້າງຕັ້ງກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ເປັນຕົ້ນມາ ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍເຈດ ຕະນາລົມ ແລະ ຄວາມໝາຍໝັ້ນຂອງບັນດາປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ປາກົດຜົນເປັນຈິງ, ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບທັງໝົດ 80 ໂຄງການ ມູນຄ່າ 20 ລ້ານກວ່າໂດລາສະຫະລັດ ແມ່ນໄດ້ຮັບຫມາກຜົນເປັນຢ່າງດີ.
ໂອກາດນີ້ ທັງສອງຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການຊ່ວຍເຫລືອງວດໃໝ່ ໃນປີ 2024 ນີ້ ຈະສາມາດປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໄດ້ຢ່າງປາກົດຜົນເປັນຈິງ ແລະ ມີປະສິດທິພາບສູງ, ພ້ອມທັງ, ເປັນການຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.

