ເມືອງພີນ ທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ 100 ກວ່າລາຍການ

ວັນທີ 11 ກໍລະກົດ 2024, ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍສິນຄ້າໝົດອາຍຸ, ເສື່ອມຄຸນ-ເສຍຄຸນ, ສິນຄ້າເກືອດຫ້າມ-ຫ້າມຈຳໜ່າຍ, ສິນຄ້ານອກລະບົບ, ສິນຄ້າລັກລອບພາສີ ແລະ ສິນຄ້າອື່ນໆ ທັງໝົດ 102 ລາຍການ ລວມມູນຄ່າ 21 ລ້ານກວາກີບ.

ທັງນີ້ກໍເພື່ອສະກັດກັ້ນການຈຳໜ່າຍເຄື່ອງບໍລິໂພກທີ່ເປັນພິດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ, ຄຽງຄູ່ກັບການຄວບຄຸມແນະນໍາໃຫ້ຄວາມຮູ້ ແລະ ເພີ່ມສະຕິຄວາມເປັນເຈົ້າການຂອງຜູ້ປະກອບການ ທີ່ດໍາເນີນທຸລະກິດທາງດ້ານອາຫານ, ເຄື່ອງດື່ມສໍາເລັດຮູບ, ເຄິ່ງສໍາເລັດຮູບ, ເຄື່ອງສໍາອາງ.