ຕ້ອນຮັບປີທ່ອງທ່ຽວຕ້ອງໃສ່ໃຈເລື່ອງຮັກສາ ຄວາມສະອາດຂອງຕົວເມືອງ

ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ພວກເຮົາຄົງຈະຮູ້ດີແລ້ວວ່າ: ປີທ່ອງທ່ຽວລາວ 2018 ໄດ້ເປີດຂຶ້ນແລ້ວພ້ອມໆກັບບຸນນະມັດສະການພະທາດຫລວງວຽງຈັນເປັນປາງບຸນໃຫຍ່ຂອງຊາດ, ເປົ້າໝາຍຫລັກກໍເພື່ອແນໃສ່ສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາລາວໃຫ້ຫລາຍຂຶ້ນ, ພ້ອມເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມລາວເຕີບໃຫຍ່ຂະຫຍາຍຕົວ, ແຕ່ເພື່ອບັນລຸເປົ້າໝາຍດັ່ງກ່າວ ມັນກໍຕ້ອງມີຫລາຍເງື່ອນໄຂ ແລະ ຫລາຍປັດໄຈເພື່ອປະກອບສ່ວນເຂົ້າໃນການຮອງຮັບວຽກງານດັ່ງກ່າວ ແລະ ໜຶ່ງໃນນັ້ນກໍແມ່ນວຽກງານອະນາໄມຮັກສາຄວາມສະອາດຂອງຕົວເມືອງ ແລະ ສິ່ງແວດລ້ອມອັນເປັນປັດໄຈສຳຄັນໜຶ່ງທີ່ຫລີກເວັ້ນບໍ່ໄດ້ ເພາະປັດຈຸບັນການທ່ອງທ່ຽວທຳມະຊາດໄດ້ສ້າງແຮງຈູງໃຈແກ່ນັກທ່ອງທ່ຽວເປັນຈຳນວນບໍ່ໜ້ອຍ ຄືຢູ່ປະເທດບູຖານ ເຖິງວ່າເປັນປະເທດນ້ອຍໆແຕ່ເຂົາສາມາດດຶງດູດນັກທ່ອງທ່ຽວເຂົ້າປະເທດຈົນເກີນຄວາມອາດສາມາດຮອງຮັບ. ນີ້ກໍອາດເນື່ອງຈາກວ່າບັນຫາຫລັກໆແມ່ນການຮັກສາຄວາມສະອາດ ແລະ ຕ້ານສິ່ງແວດລ້ອມເປັນພິດ, ເຂົາເຈົ້າຮູ້ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດທີ່ກົມກືນກັບການອະນຸລັກຮັກສາວັດທະນະທຳອັນເປັນມູນມໍລະດົກຂອງເຂົາເຈົ້າ, ປະຊາຊົນເຄົາລົບນັບຖືລະບຽບກົດໝາຍຂອງພົນລະເມືອງຢ່າງເຄັ່ງຂັດ ນັບແຕ່ຂອດການນຸ່ງຖື, ອາຫານການກິນປອດສານພິດ ໄປຈົນຮອດການສະກັດກັ້ນໜໍ່ແໜງໄພສັງຄົມທີ່ບໍ່ດີ ແລະ ມາລະຍາດຂອງພົນລະເມືອງໄດ້ຍິນວ່າເພິ່ນນຳເອົາສິ່ງດັ່ງກ່າວເຂົ້າໃນລະບົບການສຶກສານັບແຕ່ຂັ້ນປະຖົມເປັນຕົ້ນໄປ ແລະ ພວກເຮົາເດ ໃນເມື່ອຫລຽວຄືນຫລັງກໍເຫັນວ່າສິ່ງງົດງາມດັ່ງກ່າວໄດ້ຄ່ອຍໆຫ່າງຫາຍໄປ ໂດຍສະເພາະສິ່ງແວດລ້ອມ, ຫາດຊາຍທີ່ພວກເຮົາໄດ້ຊື່ນຊົມໃນເມື່ອກ່ອນກໍບໍ່ມີອີກແລ້ວ, ແມ່ນ້ຳໃສອັນສວຍງາມໃນເມື່ອກ່ອນກໍບົກແຫ້ງລົງ. ນີ້ກໍເນື່ອງຈາກວ່າປ່າໄມ້ ແລະ ຊັບພະຍາກອນທຳມະຊາດຫລາຍຢ່າງໄດ້ຖືກທຳລາຍ, ແຕ່ກໍໂຊກດີເມື່ອນາຍົກໄດ້ມີຄຳສັ່ງຫ້າມຕັດໄມ້ທຳລາຍປ່າຈຶ່ງເຫັນພູປອກໂຫລ້ນຫລາຍໜ່ວຍຄ່ອຍໆກັບມາມີສີຂຽວ ແລະ ຫຍັບເຂົ້າມາມໍ່ໆກໍແມ່ນເລື່ອງທີ່ບໍ່ຄວນລືມຢູ່ໃນນະຄອນຫລວງວຽງຈັນນັ້ນແມ່ນການຮັກສາອະນາໄມຄວາມສະອາດຕົວເມືອງ, ປັດຈຸບັນເບິ່ງຄືວ່າຄວາມຮົກເຮື້ອຂອງເສັ້ນທາງລະນຶກວັນປະຫວັດສາດ 450 ປີ ຖ້າໃຜຫາກໄດ້ຂີ່ລົດຜ່ານເສັ້ນທາງດັ່ງກ່າວກໍຈະໄດ້ເຫັນເຖິງຄວາມເສົ້າໝອງຮົກເຮື້ອຂອງມັນ, ຈາກການຂາດຄວາມຮັກສາອະນາໄມຖາກຖາງຕົ້ນຫຍ້າອັນສູງຫລຽວຈົນເກືອບວ່າບໍ່ເຫັນກັນ, ເມື່ອຮອດຍາມຄໍ່າມາກໍບໍ່ມີຮອດແສງໄຟທີ່ຈະເຍືອງທາງໃຫ້ການສັນຈອນໄປມາໃນເສັ້ນທາງດັ່ງກ່າວສົມເປັນເສັ້ນທາງຫລັກຂອງນະຄອນຫລວງ, ເມື່ອເວົ້າຮອດລະບົບການບໍລິການເກັບມ້ຽນຂີ້ເຫຍື້ອກໍເຮັດພຽງແປະໆບາງໆ, ຄຸ້ມບ້ານຊານເມືອງຫລາຍບ່ອນຍັງຮົກເຮື້ອ, ການຖິ້ມຂີ້ເຫຍື້ອຊະຊາຍຍັງມີຢູ່ ເຊິ່ງຈຸດນີ້ກໍເນື່ອງມາຈາກລະບົບການບໍລິການເກັບມ້ຽນຂີ້ເຫຍື້ອຢູ່ນະຄອນຫລວງເຮົາມີລັກສະນະຊັກຊ້າ, ບາງບ່ອນບາງທາງຊອຍກໍນັບເປັນອາທິດຈຶ່ງມີລົດເກັບຂີ້ເຫຍື້ອເຂົ້າມາບໍລິການ, ສິ່ງນີ້ຂະແໜງການຮັບຜິດຊອບຄວນພິຈາລະນາ ເພື່ອສ້າງນະຄອນຫລວງໃຫ້ສະອາດງາມຕາ ແລະ ເປັນຈຸດດຶງດູດຜູ້ມາທຽວຊົມ.

