ນັກທ່ຽວທ່ອງຊາວສະວິດ ຊ່ວຍເຫລືອນັກທ່ອງທ່ຽວຈີນຈົມນ້ຳຢູ່ຕາດກວາງຊີໄດ້ຢ່າງປອດໄພ

ວັນທີ 13 ກໍລະກົດ 2024, ທ້າວ ວິພາກອນ ແກ້ວອັດສາວົງ ຜູ້ນຳທ່ຽວໄດ້ໂພສເລົ່າວ່າ: ໄດ້ພານັກທ່ອງທຽວຊາວສະເປນ 6 ຄົນ ເປັນຜູ້ຍິງ 5ຄົນ, ໄປຍ່າງປ່າແຕ່ບ້ານ ໜອງແຫວ ຫາຕາດ ກວາງຊີ ແຂວງຫລວງພະບາງ ໄລຍະທາງ 5 ກິໂລແມັດ, ຫລັງຈາກນັ້ນເວລາປະມານ 14 ໂມງປາຍ ກໍໄດ້ພານັກທ່ອງທ່ຽວກຸ່ມນີ້ ໄປເລາະຊົມຕາດກວາງຊີແຕ່ຊັ້ນທຳອິດຫາຊັ້ນເທິງສຸດຈຶ່ງກັບລົງມາອາບນ້ຳຢູ່ຊັ້ນທີ່ມີຂອນ.
ໃນຂະນະທີ່ກຸ່ມນັກທ່ອງທ່ຽວຂອງຕົນປ່ຽນຊຸດເພື່ອລົງຫລິ້ນນ້ຳ ກໍຍິນສຽງຊາຍຄົນໜຶ່ງຮ້ອງຂຶ້ນ: Help! Help! Help!.. ແລ້ວຊີ້ມືລົງນ້ຳພ້ອມສີໜ້າ ແລະ ອາການອິດເມື່ອຍ, ຕົນເອງ ແລະ ລູກທົວພາກັນຫຼຽວໄປເບິ່ງເຫັນພຽງແຕ່ຜົມຄົນທີ່ກຳລັງຈົມນ້ຳລົງ. ຂະນະນັ້ນມີນັກທ່ອງທ່ຽວຊາວສະວິດ 2 ຄົນ ທີ່ຢູ່ຂ້າງໆ ກຳລັງກຽມເຄື່ອງກັບ, ຈຶ່ງເລີຍຂໍຄວາມຊ່ວຍເຫລືອ, ຊາວສະວິດໃຫ້ລົງນ້ຳໄປຊ່ວຍງົມຫາຄົນຈົມນ້ຳ, ຂ້າພະເຈົ້າເຫັນຈຸດຜູ້ຍິງຄົນນັ້ນຈົມຈຶ່ງຕັດສິນໃຈແບບບໍ່ຄິດຫຍັງ ປົດເກີບ, ຖິ້ມກະເປົາເງິນ, ໂທລະສັບ ອອກຈາກໂຕແລ້ວໂດດລົງໄປ ງົມຫາແຕ່ບໍ່ພົບ.
ສຸດທ້າຍໂຊກເຂົ້າຂ້າງໄດ້ພົນເຫັນຕົວຜູ້ຈົມນ້ຳແລ້ວຊ່ວຍພາກັນເອົາລາວຂື້ນບົກ ຫລັງຈາກນັ້ນກໍໄດ້ພາກັນປ້ຳຫົວໃຈ ຜາຍປອດ, ຈົນຍິງຄົນນັ້ນໄດ້ສະຕິຄືນມາ ແລ້ວນຳຕົວສົ່ງໂຮງໝໍ…(ອະທິບາຍຄົນໃນຮູບ: ຜູ້ເຄາະຮ້າຍແມ່ນຜູ້ຍິງຊາວຈີນຜູ້ທີ່ນອນຢູ່ໂຕະ ແລະ ແຟນລາວໂສ້ງສີດຳຊາວຈີນ. ສ່ວນຊາຍຜົມທອງທັງສອງຄົນຊາວຊະວິດເປັນຜູ້ຊ່ວຍເຫລືອຈົນໄດ້ຮັບຄວາມປອດໄພ).

