ອາເມລິກາທຸ້ມງົບອີກ 1,700 ລ້ານໂດລາ ສະໜັບສະໜູນອຸດສາຫະກໍາ EV ພາຍໃນປະເທດ

      ລັດຖະບານອາເມລິກາຈັດສັນງົບປະມານອີກ 1,700 ລ້ານໂດລາສະຫະລັດ ຫວັງຍົກລະດັບອຸດສາຫະກໍາລົດຍົນໄຟຟ້າພາຍໃນປະເທດ.

     ວັນທີ 13 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທໍານຽບຂາວອອກຖະແຫລງການກ່ຽວກັບການອະນຸມັດເງິນຊ່ວຍເຫລືອເພີ່ມອີກ 1,700 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການພັດທະນາ ແລະ ຜະລິດລົດຍົນໄຟຟ້າ (EV) ຄວບຄຸມໂຮງງານ 11 ແຫ່ງ ໃນ 8 ລັດ ລວມທັງໂຮງງານຢູ່ເມືອງແລນຊິງ ໃນລັດມິຊິແກນ ແລະ ໂຮງງານຢູ່ເມືອງຟອດ ແວວລີ ໃນລັດຈໍເຈຍ.

     ລັດມິຊິແກນ ແລະ ລັດຈໍເຈຍ ຈັດຢູ່ໃນກຸ່ມລັດທີ່ເປັນສະວິງສະເຕດ ເຊິ່ງໝາຍເຖິງລັດທີ່ບໍ່ແມ່ນຖານສ່ຽງຂອງພັກການເມືອງໃດ ໃນການເລືອກຕັ້ງອາເມລິກາເກືອບທຸກລະດັບ.

     ຖະແຫລງການຂອງທໍານຽບຂາວລະບຸວ່າ: ໂຄງການຊ່ວຍເຫລືອດັ່ງກ່າວ ຈະຊ່ວຍຮັກສາວຽກໃນທ້ອງຖິ່ນຂອງກຸ່ມລັດທີ່ຈະໄດ້ຮັບງົບປະມານຊ່ວຍເຫລືອໄດ້ປະມານ 15,000 ອັດຕາ ແລະ ຈະເປັນການສ້າງວຽກໃໝ່ເພີ່ມອີກ 3,000 ອັດຕາ.

     ການເຄື່ອນໄຫວດັ່ງກ່າວຂອງອາເມລິກາ ຖືເປັນຄວາມພະຍາຍາມຄັ້ງຫລ້າສຸດຂອງພາກລັດ ໃນການສະໜັບສະໜູນອຸດສາຫະກໍາ EV ຂອງປະເທດ ທ່າມກາງການແຂ່ງຂັນກັບຈີນ.

     ທັງນີ້, ອາເມລິກາກຽມໃຊ້ມາດຕະການກໍາແພງພາສີຮອບໃໝ່ຕໍ່ຈີນ ລວມມູນຄ່າ 18,000 ລ້ານໂດລາສະຫະລັດ ເລີ່ມແຕ່ປີນີ້ ເພື່ອກະຕຸ້ນ ແລະ ຊັກຊວນໃຫ້ຈີນຢຸດການໃຊ້ນະໂຍບາຍການຄ້າທີ່ບໍ່ເປັນທໍາ ໂດຍສະເພາະກ່ຽວຂ້ອງກັບການຖ່າຍທອດທາງເຕັກໂນໂລຊີຊັບສິນທາງປັນຍາ ແລະ ນະວັດຕະກໍາ ເຊິ່ງສົ່ງຜົນເຮັດໃຫ້ເກີດສະພາບອຸປະທານລົ້ນຕະຫລາດ.

     ສໍາລັບສິນຄ້າຂອງຈີນທີ່ລັດຖະບານທ່ານ ໄບເດນ ຈະຂຶ້ນພາສີນັ້ນ ລວມທັງ EV ຈາກ 27.5% ເປັນ 102.5% ແລະ ໂຊລາເຊວ ຈາກ 25% ເປັນ 50% ພາຍໃນປີນີ້, ສ່ວນເຊມິຄອນດັກເຕີບາງປະເພດຈາກຈີນ ຕ້ອງຊໍາລະພາສີເພີ່ມຂຶ້ນຈາກ 25% ເປັນ 50% ພາຍໃນປີ 2025.

     ນອກຈາກນີ້ ຍັງມີສິນຄ້າປະເພດອຸປະກອນການແພດ ແລະ ແຮ່ທາດອີກຫລາຍລາຍການທີ່ຈະມີການຂຶ້ນພາສີເຊັ່ນກັນ, ສ່ວນສິນຄ້າທີ່ມີການຕັ້ງກໍາແພງພາສີໃນຍຸກລັດຖະບານຊຸດກ່ອນໜ້າຂອງປະທານາທິບໍດີ ໂດນັລ ທຣໍາ ຈະຍັງຢູ່ອັດຕາເກົ່າ.