ກອງປະຊຸມ ສະໄໝສາມັນ ເທື່ອທີ 7 ຂອງ ສະພາປະຊາຊົນ ນວ ຈະຈັດຂຶ້ນ 8-12 ກໍລະກົດ 2024 ນີ້

ວັນທີ 4 ກໍລະກົດ 2024 ທ່ານ ນະຄະເສນ ສີຫາລາດ ຄະນະປະຈຳ ສະພາປະຊາຊົນ, ເລຂາທິການ ສະພາປະຊາຊົນ ນະຄອນ ຫລວງວຽງຈັນ ໄດ້ຖະແຫລງຂ່າວ ກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ(ນວ): ກອງປະຊຸມ ຈະຈັດຂຶ້ນໃນລະຫວ່າງ ວັນທີ 08-12 ກໍລະກົດ 2024 ທີ່ຈະມາເຖິງນີ້ ໂດຍມີເນືອໃນຄື:

– ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍ ງານຂອງອົງການປົກຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງນະຄອນຫລວງວຽງຈັນ, ຕິດພັນກັບການກະກຽມ ຄວາມພ້ອມ ໃນການເປັນເຈົ້າພາບດໍາເນີນກອງປະຊຸມອາຊຽນ ຂອງນະຄອນຫລວງວຽງຈັນ;

– ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດບັນດາຄາດໝາຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ນະຄອນຫລວງວຽງຈັນ;

– ພິຈາລະນາ ແລະ ຮັບຮອງເອົາ ຮ່າງຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການຮັບຮອງເອົາລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມ ແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້;

– ຮັບຟັງການລາຍງານ, ຊີ້ແຈງບາງບັນຫາ ສຳຄັນ ແລະ ພົ້ນເດັ່ນຂອງ ນະຄອນຫລວງວຽງຈັນ ຈຳນວນໜຶ່ງ ເປັນຕົ້ນ ມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າ ຖ້ວມຂັງ ໃນ ນວ, ການ ລາຍງານຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ຫລວງແຫ່ງຊາດເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີ່ແຍກສີເກີດ

– ມາດຕະການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ໃຫ້ສາມາດ ຕອບສະໜອງສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າຈາກພາຍນອກ ຢູ່ນະຄອນຫລວງວຽງຈັນ

– ການດໍາເນີນການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ

– ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະ ຖານີເພຍລາດ ຫາສະຖານີໄຟຟ້າ ນາຊາຍທອງ ນະຄອນຫລວງວຽງຈັນ

– ມາດຕະການໃນການຈັດຕັ້ງປະຕິບັດວຽກງານ ສ ສະຫວ່າງ ຢູ່ນະຄອນຫລວງວຽງຈັນ, ການຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກ ໂຄງການພັດ ທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ

– ການລາຍງານກ່ຽວກັບການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງ.

– ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນນະ ຄອນຫລວງວຽງຈັນ ຊຸດທີ II;

– ຮັບຟັງການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງເອົາ ບົດລາຍງານການ ເຄື່ອນໄຫວວຽກງານປີ 2023 ແລະ ແຜນການຈຸດສຸມປີ 2024 ຂອງອົງການໄອຍະການປະຊາຊົນພາກກາງ, ສານປະຊາຊົນພາກາງ, ອົງການໄອຍະການ ປະຊາຊົນ, ສານປະຊາຊົນ ນະຄອນຫລວງວຽງຈັນ ສະບັບເລກທີ 005/ສປນວ, ລົງວັນທີ 10 ມັງກອນ 2024 ໃນໄລຍະ 06 ເດືອນຕົ້ນປີ 2024; ຮັບຟັງການລາຍງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄລຍະ 06 ເດືອນ ຕົ້ນປີ 2024;

– ການຈັດຕັ້ງປະຕິບັດ ດໍາລັດສະບັບເລກທີ 280, ລົງວັນທີ 09 ສິງຫາ 2022 ວ່າດ້ວຍຊັບສິນທີ່ ຖືກຍຶດ, ອາຍັດ ແລະ ຮິບເປັນຂອງລັດ. ນອກຈາກນັ້ນ, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາທີ່ສະມາຊິກສະພາແຫ່ງຊາດ, ສະມາຊິກ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊັກຖາມໃນກອງປະຊຸມຈາກພາກ ສ່ວນກ່ຽວຂ້ອງ ຕື່ມອີກ.

ເພື່ອເຮັດໃຫ້ປະຕິບັດພາລະບົດບາດຂອງສະພາປະຊາຊົນ ໃນຖານະເປັນອົງ ການອໍານາດລັດ ຂັ້ນນະຄອນຫລວງ ທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນພາຍໃນນະ ຄອນຫລວງວຽງຈັນ. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກ ງານ, ທະຫານ, ຕຳຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໂດຍສະເພາະ ປະຊາຊົນໃນນະຄອນຫລວງ ວຽງຈັນ ຈົ່ງໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄຳຄິດ ຄຳເຫັນ ຫລື ຄຳສະເໜີເຂົ້າໃນກອງປະຊຸມ ຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ຫລື ໝາຍເລກໂທ ລະສັບ 021 260 251, 260242 ເຊິ່ງເລີ່ມເປີດຮັບຄຳສະເໜີ, ຄຳຄິດຄຳເຫັນຕໍ່ກອງປະຊຸມ ນັບແຕ່ມື້ນີ້ເປັນຕົ້ນໄປ.