ຊາວປາແລັສຕິນໜີເອົາຊີວິດລອດ ພາຍຫລັງອິດສະລາແອນໂຈມຕີສູນພັກອາໄສຢູ່ຣາຟາ

      ສໍານັກຂ່າວຊິນຮົວລາຍງານວ່າ: ປະມວນພາບຂະນະທີ່ຊາວປາແລັສຕິນພັດຖິ່ນກໍາລັງຂົນສິ່ງຂອງຫລົບໜີອອກຈາກພື້ນທີ່ອັລ-ມາວາຊີ ໃນເຂດຊານເມືອງທາງຕາເວັນຕົກສຽງເໜືອຂອງເມືອງຣາຟາທາງຕອນໃຕ້ຂອງເຂດກາຊາ.

      ໃນວັນທີ 28 ມິຖຸນາ, ແຫລ່ງຂ່າວຄວາມໝັ້ນຄົງ ແລະ ການແພດຂອງປາແລັສຕິນ ເປີດເຜີຍວ່າ: ມີຊາວປາແລັສຕິນຢ່າງໜ້ອຍ 11 ຄົນເສຍຊີວິດຈາກກໍລະນີອິດສະລາແອນໂຈມຕີສູນພັກອາໄສຂອງຜູ້ພັດຖິ່ນບໍລິເວນເບື້ອງຕາເວັນຕົກຂອງເມືອງຣາຟາ ເຊິ່ງເປັນເມືອງທີ່ຢູ່ໃຕ້ສຸດຂອງກາຊາ.