ຫົວພັນປ່ອຍຕົວນັກຕົວນັກໂທດກ່ອນກຳນົດແບບມີເງື່ອນໄຂ 13 ຄົນ

ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ວັນທີ 19 ມິຖຸນາ 2024 ນີ້ ສານປະຊາຊົນ ຂັ້ນຕົ້ນ ແຂວງຫົວພັນໄດ້ຕັດສິນປ່ອຍຕົວນັກໂທດໂດຍມີເງື່ອນໄຂ 13 ຄົນ ທີ່ມີຄວາມກ້າວໜ້າໃນການເຝິກຝົນຫລໍ່ຫລອມຕົນເອງຢູ່ທີ່ຄ້າຍຄຸມຂັງດັດສ້າງ ສູນວັງລົມ ປກສ ແຂວງຫົວພັນ.
ການປ່ອຍຕົວນັກໂທດໃນຄັ້ງນີ້ ປະກອບມີນັກໂທດຄະດີ ມີຢາເສບຕິດ 7 ຄົນ 2 ຍິງ, ຄະດີລັກຊັບພົນລະເມືອງ 6 ຄົນ ຍິງ 1 ຄົນ.
ເຊິ່ງນັກໂທດຈຳນວນດັ່ງກ່າວ ມີຄວາມຕັ້ງໃຈເຝິກຝົນຫລໍ່ຫລອມຢ່າງກ້າວໜ້າ, ມີການປ່ຽນແປງທາງດ້ານທັດສະນະແນວຄິດການກະທຳ, ມີຄວາມຕື່ນຕົວ ເຄົາລົບປະຕິບັດກົດໝາຍ ແລະ ລະບຽບການຂອງຄ້າຍຄຸມຂັງດັດສ້າງ ຍອມຮັບເອົາຄຳຕັດສິນຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນແໜງຕໍ່ການກະທຳຜິດທີ່ບໍ່ຖືກຕ້ອງຂອງຕົນໃນໄລຍະຜ່ານມາ, ມີຄວາມມັກຄີເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດຢູ່ຄ້າຍຄຸມຂັງ ແລະ ໄດ້ປະຕິບັດໂທດມາແລ້ວ 2/3 ຂອງສານຕັດສິນ.
ສະນັ້ນ, ຈຶ່ງໄດ້ຕັດສິນປ່ອຍຕົວນັກໂທດຈຳນວນດັ່ງກ່າວໃຫ້ກັບຄືນພັດທະນາຕົນເອງຢູ່ໃນສັງຄົມ ແລະ ຄອບຄົວໃຫ້ດີກວ່າເກົ່າ ບໍ່ໃຫ້ກະທຳສິ່ງທີ່ຜິດກົດໝາຍອີກຕໍ່ໄປ.

