ແຂວງອຸດົມໄຊ ຕັດສິນ ຕັດ ອິດສະຫລະພາບດ້ວຍການຈຳຄຸກ ຈຳເລີຍ 4 ຄົນ ໃນຄະດີຄ້າຂາຍຢາເສບຕິດ ແລະ ມີໄວ້ໃນຄອບຄອງ

ວັນທີ 12 ມິຖຸນາ 2024, ຄະນະສານອາຍາຂອງສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ໄດ້ຕັັດສິນ ຕັດອິດສະຫຼະພາບ ຈຳເລີຍ 4 ຄົນ ໃນຄະດີຄ້າຂາຍຢາເສບຕິດ ແລະ ມີໄວ້ໃນຄອບຄອງ, ສານໄດ້ຕັດສິນຕໍ່ຈຳເລີຍ ຄື:

1 . ທ້າວ ລາວລື ຫລື ລາວລືຢາງ ອາຍຸ 25 ປີ ຢູ່ບ້ານຈອມແສງ, ເມືອງນາໝໍ້, ແຂວງອຸດົມໄຊ, ຖືກກັກຕົວ ໃນທີ 2 ມີນາ 2024, ສານຕັດອິດສະຫລະພາບ ຈໍາຄຸກ 11 ປີ, ປັບໃໝເງິນ 110,000,000ກີບ, ຖານຄ້າຂາຍ ຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ 14 ຖົງ, ລວມ 2,700ກວ່າ ເມັດ.

2. ທ້າວ ເສີມ ອາຍຸ 51 ປີ ຢູ່ບ້ານດອນຄໍາ, ເມືອງຮຸນ, ແຂວງອຸດົມໄຊ, ກັກຕົວ ໃນວັນທີ 13 ຕຸລາ 2023, ສານຕັດອິດສະຫລະພາບ ຈໍາຄຸກ 5 ປີ, ປັບໃໝ 10,000,000 ກີບ, ຖານຄ້າຂາຍ ຢາບ້າ ແລະ ມີຢາບ້າ ໄວ້ໃນຄອບຄອງ ຈໍານວນ 200 ເມັດ.

3. ທ້າວ ທິງ ອາຍຸ 44 ປີ ຢູ່ບ້ານດອນຄໍາ, ເມືອງຮຸນ, ແຂວງອຸດົມໄຊ, ຖືກກັກຕົວໃນວັນທີ 10 ພະຈິກ 2023, ສານຕັດສິນ ຈໍາຄຸກ 6 ປີ, ຖານຄ້າຂາຍ ຢາບ້າ ແລະ ມີໄວ້ໃນຄອບຄອງ ຈໍານວນ 14 ເມັດ, ພ້ອມທັງຮີບເງິນທີ່ໄດ້ມາຈາກການຄ້າຂາຍຢາບ້າ ຈໍານວນ 3,600,000 ກີບ ມາເປັນຂອງລັດ.

4. ຕັດສິນ ທ້າວ ກູຍາ ຫລື ຮືມົວຢາ ອາຍຸ 38 ປີ, ຢູ່ບ້ານລອງອິນ, ເມືອງຮຸນ, ແຂວງອຸດົມໄຊ, ຖືກກັກຕົວ ໃນວັນທີ 5 ມີນາ 2024, ສານຕັດສິນ ຈໍາຄຸກ 5 ປີ ແລະ ປັບໃໝ 10,000,000 ກີບ, ຖານຄ້າຂາຍ ຢາບ້າ ແລະ ມີຢາບ້າ ໄວ້ໃນຄອບຄອງ 70 ເມັດ.

ສ່ວນຂອງກາງຢາເສບຕິດ ປະເພດຢາບ້າ ຂອງພວກກ່ຽວທັງໝົ້ດ ສານໄດ້ຮິບໂຮມມາທຳລາຍຖິ້ມ.