ທໍາລາຍສິນຄ້າໝົດອາຍຸ ສິນຄ້ານອກລະບົບ ສິນຄ້າປ້ອມແປງເຄື່ອງໝາຍການຄ້າ 53 ລາຍການ

ວັນທີ 30 ພຶດສະພາ 2024, ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄຊຍະບູລີ ໄດ້ທໍາລາຍສິນຄ້າໝົດອາຍຸ, ສິນຄ້ານອກລະບົບ, ສິນຄ້າປ້ອມແປງເຄື່ອງໝາຍການຄ້າ ປະເພດເຂົ້າໜົມ, ນົມ ແລະ ເຄື່ອງສໍາອາງ ທັງໝົດ 53 ລາຍການ ລວມມູນຄ່າມູນຄ່າ 20 ລ້ານກວ່າກີບ. ພ້ອມທັງໄດ້ເຊີນເອົາຜູ້ປະກອບການມາປຶກສາຫາລືແກ້ໄຂໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນ ຖ້າມີການລະເມີດໃນຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບຢ່າງເຂັ້ມງວດ.
ທັງນີ້ກໍເພື່ອສະກັດກັ້ນການຈຳໜ່າຍເຄື່ອງບໍລິໂພກທີ່ເປັນພິດ, ປົກປ້ອງສິດຂອງຜູ້ບໍລິໂພກ ແລະ ຮັບປະກັນຄວາມປອດໄພ.

