ລົດລາກເສຍຫລັກປິ້ນຕົກລົງພູ ເສຍຊີວິດ 1 ຄົນ ຢູ່ບ້ານສົມສະຫວາດ ເມືອງວັງວຽງ.

ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ 1623 ເມືອງວັງວຽງ ລາຍງານວ່າ: ວັນທີ 28 ພຶດສະພາ 2024 ເວລາ 21:13 ໂມງ ໄດ້ຮັບແຈ້ງວ່າມີອຸປະຕິເຫດລົດລາກເສຍຫລັກປິ້ນຕົກລົງພູ ຢູ່ບ້ານສົມສະຫວາດ ເມືອງວັງວຽງ ແຂວງວຽງຈັນ ມີຜູ້ເສຍຊີວິດຄາທີ່ 1 ຄົນ.
ຜ່ານການກວດສອບເຫດພົບຜູ້ເສຍຊີວິດເປັນເພດຊາຍ ອາຍຸ 44 ປີ ໂຊເຟີລົດ ຢູ່ບ້ານນາກ່ຳ ເມືອງໂພນໂຮງ ແຂວງວຽງຈັນ ສັນຊາດລາວ. ທາງໜ່ວຍກູ້ໄພຈຶ່ງໄດ້ມ້ຽນສົບຜູ້ເສຍຊີວິດ ແລ້ວນຳສົ່ງຜູ້ເສຍຊີວິດກັບຄືນບ້ານ.

