ບາເຊໂລນາ ເລັ່ງຍື່ນສັນຍາຕະຫຼອດຊີວິດໃຫ້ກັບ ເມສຊີ

ສະໂມສອນ ບາເຊໂລນາ ຕົກເປັນຂ່າວກຽມຍື່ນສັນຍາ ຕະຫຼອດຊີວິດໃຫ້ກັບ ລິໂອເນລ ເມສຊີ ພິຈາລະນາ ເພື່ອໃຫ້ ດາວເຕະຄົນນີ້ຢູ່ກັບທີມຕໍ່ໄປ ໄລຍະຍາວ.
ສຳລັບ ເມສຊີ ເຂົ້າມາຢູ່ ໃນຖິ່ນຄຳນູ ຕັ້ງແຕ່ຍັງເປັນນັກ ເຕະເຍົາວະຊົນໃນປີ 2001 ແລະ ເຖິງວ່າລາວເອງຈະຮັບ ໃຊ້ຕົ້ນສັງກັດດ້ວຍດີມາຕະ ຫຼອດ ແຕ່ກໍຍັງມີຂ່າວວ່າບັນ ດາທີມເງິນຫຼາຍພ້ອມຍື່ນຂໍ້ສະ ເໜີ ເພື່ອຕ້ອງການໂຕໄປຮ່ວມ ທີມ.
ຫຼ້າສຸດ ຜູ້ບໍລິຫານລະດັບ ສູງຂອງ ບາເຊໂລນາ ຢ່າງ ອອສກາ ກຣາອູ ເປີດເຜີຍວ່າ: ກຽມຍື່ນສັນຍາຕະຫຼອດຊີວິດ ໃຫ້ກັບ ເມສຊີ ພິຈາລະນາຕາມ ຮອຍ ອັນເດຣສ ອີນຽສຕາ ທີ່ ຕອບຕົກລົງຂໍ້ສະເໜີດັ່ງກ່າວ ໄປກ່ອນໜ້ານີ້.
“ສຳລັບ ເມສຊີ ທີ່ຢູ່ກັບ ເຮົາມາຕັ້ງແຕ່ນ້ອຍ ແລະ ຫວັງ ວ່າລາວຈະຢູ່ກັບເຮົາໄປຕະ ຫຼອດຊີວິດ ເພາະລາວປຽບຄື ຕົວຢ່າງຂອງສະໂມສອນ ເຊິ່ງ ຫຼັງຈາກທີ່ລາວອຳລາວົງການໃນອະນາຄົດຂ້າງໜ້າ ເຮົາກໍ ຍັງຕ້ອງການໃຫ້ລາວຢູ່ກັບທີມຕໍ່ໄປ”.

