ອົງການອະນາໄມໂລກທົບທວນຕັ້ງ ທ່ານ ມູກາເບ ເປັນທູດສັນຖະວະໄມຕີ

ຜູ້ອຳນວຍການອົງການອະນາໄມໂລກ “ທົບທວນ” ການຕັດສິນໃຈແຕ່ງຕັ້ງປະທານາທິບໍດີ ໂຣເບີດ ມູກາເບ ຜູ້ນຳຊິມບຳເວ ໃຫ້ປະຕິບັດໜ້າທີ່ທູດສັນຖະວະໄມຕີ, ພາຍຫລັງຖືກບັນດາປະເທດວິຈານຢ່າງໜັກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນເຈນີວາ ປະເທດສະວິດ ໃນວັນທີ 22 ຕຸລາວ່າ: ທ່ານ ເທດຣອສ ອັດນາຮອມ ເກຣເບເຢຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ກ່າວໃນວັນທີ 21 ຕຸລາວ່າ: ຄະນະກຳມະການບໍລິຫານຂອງ WHO ກຳລັງ “ທົບທວນ” ມະຕິແຕ່ງຕັ້ງປະທານາທິບໍດີ ໂຣເບີດ ມູກາເບ ຜູ້ນຳຊິມບຳເວ ໃຫ້ດຳລົງຕຳແໜ່ງທູດສັນຖະວະໄມຕີດ້ານພະຍາດບໍ່ຕິດຕໍ່ຊຳເຮື້ອ (ເຊັ່ນ: ພະຍາດເບົາຫວານ ແລະ ພະຍາດຫົວໃຈ), ແຕ່ທ່ານ ອັດນາຮອມ ເຊິ່ງເປັນອະດີດລັດຖະມົນຕີກະຊວງສາທາລະນະສຸກເອຢິບ ແລະ ເປັນຊາວອາຟຣິກາຄົນທຳອິດທີ່ໄດ້ຮັບການຄັດເລືອກໃຫ້ດຳລົງຕຳແໜ່ງສູງສຸດຂອງ WHO ກ່າວເຖິງການຄັດເລືອກໃຫ້ທ່ານ ມູກາເບ ອາຍຸ 93 ປີ ດຳລົງຕຳແໜ່ງດັ່ງກ່າວວ່າ: ເພາະຊິມບຳເວເປັນປະເທດທີ່ມີນະໂຍບາຍປະກັນສຸຂະພາບຖ້ວນໜ້າ “ຢ່າງຄວບຄຸມ” ແລະ ເປັນຕົວຢ່າງໃກ້ແກ່ບັນດາປະເທດໄດ້.
I’m listening. I hear your concerns. Rethinking the approach in light of WHO values. I will issue a statement as soon as possible
— Tedros Adhanom Ghebreyesus (@DrTedros) October 21, 2017
ເຖິງຢ່າງໃດກໍຕາມ, ກະຊວງການຕ່າງປະເທດອາເມລິກາອອກຖະແຫລງການວິຈານວ່າ: ການທີ່ WHO ແຕ່ງຕັ້ງໃຫ້ທ່ານ ມູກາເບ ຮັບຕຳແໜ່ງນີ້ ຂັດຕໍ່ອຸດົມການພື້ນຖານຂອງສະຫະປະຊາຊາດ (UN) ໃນການເຄົາລົບສິດທິມະນຸດ ແລະ ຄຸນຄ່າຂອງຄວາມເປັນມະນຸດ. ຂະນະທີ່ກະຊວງການຕ່າງປະເທດສະຫະຣາຊະອານາຈັກອອກຖະແຫລງການວ່າ: “ປະຫລາດໃຈຢ່າງຍິ່ງ ແລະ ຜິດຫວັງຫລາຍ” ເນື່ອງຈາກທ່ານ ມູກາເບ ມີຊື່ຢູ່ໃນບັນຊີດຳການຂວ້ຳບາດຂອງສະຫະພາບເອີຣົບ (EU) ແລະ ອາເມລິກາ, ສ່ວນນາຍົກລັດຖະມົນຕີ ຈັສຕິນ ທຣູໂດ ຜູ້ນຳການາດາ ກ່າວວ່າ: ມະຕິຂອງ WHO ໃນເລື່ອງນີ້ “ເຫລືອເຊື່ອ”.
Not the Onion: New @WHO head Tedros names Zimbabwe's tyrannical Mugabe, of all people, as a "Goodwill Ambassador." https://t.co/dncSnPSMKX pic.twitter.com/lK8IRxAtYP
— Kenneth Roth (@KenRoth) October 20, 2017

