ຫາລື ຄວາມເປັນເອກະພາບຂຶ້ນທະບຽນມໍລະດົກທາງດ້ານວັດທະນະທໍາພະທາດໂຜ່ນ ແລະ ຜາສາດເຮືອນຫີນ ເມືອງໄຊພູທອງ

ວັນທີ 24 ພຶດສະພາ 2024ນີ້, ແຂວງສະຫວັນນະເຂດໄດ້ ກອງປະຊຸມປຶກສາຫາລື ຄວາມເປັນເອກະພາບຂຶ້ນທະບຽນມໍລະດົກທາງດ້ານວັດທະນະທໍາ ພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ເພື່ອອະນຸລັກຮັກສາວັດທະນະທຳ ແລະ ເສີມສ້າງຄວາມດຶງດູດໃຫ້ຜູ້ຄົນມາທ່ອງທ່ຽວຫລາຍຂຶ້ນ ໂດຍສະເພາະແມ່ນພະທາດໂຜ່ນ ແລະ ຜາສາດເຮືອນຫີນ, ທັງເປັນການປັບປຸງຜົນປະໂຫຍດທາງດ້ານການທ່ອງທ່ຽວ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີ ໃຫ້ໄດ້ຮັບການການຊຸກຍູ້, ປົກປັກຮັກສາ ແລະ ສືບສານໃຫ້ໝັ້ນຄົງຍືນຍົງຕະຫລອດໄປ.
ພະແນກຖະແຫລງຂ່າວ-ວັດທະນະທໍາ ແລະທ່ອງທ່ຽວ ແຂວງສະຫວັນນະເຂດ ແລະ ເມືອງໄຊພູທອງ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ປຶກສາຫາລື, ປະກອບຄໍາຄິດ-ຄໍາເຫັນ ຢ່າງກົງໄປກົງມາດ້ວຍຄວາມເປັນເອກະພາບສູງ ເພື່ອກະກຽມຄວາມພ້ອມໃນດ້ານເນື້ອໃນ, ນິຕິກຳຕ່າງໆ, ການແບ່ງງານມອບວຽກໃຫ້ແຕ່ລະອະນຸກຳມະການ, ການຄົ້ນຄວ້າງົບປະມານຮັບໃຊ້, ຊີ້ນໍາຕິດຕາມ, ຄຸ້ມຄອງ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໜ້າວຽກ, ລາຍງານຄວາມຄືບໜ້າ ແລະ ຜົນສໍາເລັດການຈັດຕັ້ງປະຕິບັດໜ້າວຽກໃນແຕ່ລະໄລຍະໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

