ກິນຄູ່ກັນເຮັດໃຫ້ທ່ານນານເຖົ້າ

ອາຫານທີ່ມີປະໂຫຍດຢູ່ແລ້ວ ຫາກເອົາມາກິນຄູ່ກັນຈະສົ່ງຜົນດີຕໍ່ສຸຂະພາບເພີ່ມຂຶ້ນເປັນ 2 ເທົ່າ.

      – ໂຢເກິດລົດຊາດທຳມະຊາດກິນຄູ່ກັບໝາກກ້ວຍ : ຊ່ວຍເບິ່ງແຍງຮັກສາລຳໄສ້ ເມື່ອກິນໝາກກ້ວຍ ແລະ ໂຢເກິດຄູ່ກັນ ຮ່າງ ກາຍກໍຈະໄດ້ຮັບທັງພຣີໄບໂອຕິກ ແລະ ໂພຣໄບໂອຕິກພ້ອມກັນ ເຊິ່ງປຽບດັ່ງການຕື່ມພະລັງງານໃຫ້ຮ່າງກາຍ 2 ເທົ່າ.

     – ໝາກແອັບເປິ້ນກິນຄູ່ກັບໝາກລະແຊັງ : ໂຕຊ່ວຍຂອງຫົວໃຈ ນັກວິໄຈອີຕາລີຄົ້ນພົບວ່າຖ້າກິນໝາກແອັບເປິ້ນ 1 ໜ່ວຍຄູ່ໄປ ກັບໝາກລະແຊັງ 1 ກຳມື ສານເຄີວຊິຕິນໃນໝາກແອັບເປິ້ນຈະເຮັດວຽກຮ່ວມກັບສານຄາເຕຊິນໃນໝາກລະແຊັງ.

     – ຊີ້ນປາກິນຄູ່ກັບຜັກກາດດອກສີຂຽວ : ຈະຊ່ວຍໃຫ້ຫ່າງໄກຈາກພະຍາດມະເຮັງ ເພາະມີຊີລີນຽມ ແລະ ຊັບໂຟຣາເຟນ ຈະ  ຊ່ວຍຂັດຂວາງການກໍ່ໂຕ ແລະ ການແຜ່ກະຈາຍໂຕຂອງແຊນມະເຮັງ ເຮັດໃຫ້ຄວາມສ່ຽງຂອງການເປັນພະຍາດມະເຮັງຫລຸດລົງ ຫລາຍກ່ວາການກິນດ່ຽວໆເຖິງ 13 ເທົ່າ.

     – ໝາກຖົ່ວຍາວກິນຄູ່ກັບໝາກເຜັດຫວານສີແດງ : ປ້ອງກັນພະຍາດເລືອດຈາງ. ອາຫານທີ່ມີແຮ່ທາດເຫລັກຫລາຍດັ່ງໝາກຖົ່ວຍາວ, ຜັກກາດນາ ແລະ ຜັກກາດດອກນັ້ນດີຕໍ່ສຸຂະພາບຢູ່ແລ້ວ, ແຕ່ຫາກກິນຄູ່ກັບຜັກທ່ີມີວິຕາມິນເຊຫລາຍດັ່ງໝາກເຜັດຫວານສີແດງຈະດີຍິ່ງຂຶ້ນ ເພາະຫາກບໍ່ມີວິຕາມິນເຊ ຮ່າງກາຍຈະດູດຊຶມແຮ່ທາດເຫລັກຈາກຜັກໄວ້ໃຊ້ໄດ້ບໍ່ເຖິງ 10%.