ໃຊ້ປືນແກັບປິດຊີບຕົນເອງເສຍຊີວິດ ຢູ່ບ້ານ ດອນສ້າງໄພ ເມືອງປາກງື່ມ ນະຄອນຫລວງວຽງຈັນ

ໜ່ວຍກູ້ໄພອາສາເພື່ອປະຊາຊົນ ລາຍງານ ວ່າ: ວັນທີ 16 ພຶດສະພາ 2024 ເວລາ 13:10 ໂມງ ໄດ້ຮັບແຈ້ງເຫດວ່າມີຄົນໃຊ້ປືນແກັບປິດຊີບຕົນເອງ ຢູ່ບ້ານ ດອນສ້າງໄພ ເມືອງປາກງື່ມ ນະຄອນຫລວງວຽງຈັນ.

ໜ່ວຍກູ້ໄພ ອອກກວດສອບພົບຊາຍ 1 ຄົນ ນອນເສຍຊີວິດ ແລະ ມີບາດບໍລິເວນປາກ, ພົບອາວຸດປືນຢູ່ໃກ້ໂຕ. ຜ່ານການກວດສອບຂອງເຈົ້າໜ້າທີ່ຕຳຫລວດແມ່ນບໍ່ພົບຮ່ອງຮອຍຂອງການຄາຕະກຳ ຜູ້ກ່ຽວແມ່ນປິດຊີບຕົນເອງ.