ຄົນລາວເສຍຊີວິດຍ້ອນຢາສູບ 6.700 ຄົນຕໍ່ປີ

ວັນທີ 17 ພຶດສະພາ 2024 ນີ້, ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວກ່ຽວກັບຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫລາກຜະລິດຕະພັນຢາສູບ ທ່ານໄດ້ກ່າວວ່າ: ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍຮ້າຍແຮງ, ການພິການ ແລະ ການຕາຍກ່ອນວັນອັນຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາສູບ ລ້ວນແຕ່ມີຄ່າໃຊ້ຈ່າຍສູງຫລາຍ ຈາກການຄິດໄລ່ຄ່າໃຊ້ຈ່າຍ ທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ໃນແຕ່ລະປີ ສູງເຖິງ 3,6 ພັນຕື້ກີບ ຫລື ປະມານ 2.3% ຂອງ GDP, ຢາສູບເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ ຫລື 18 ຄົນຕໍ່ມື້ ເຊິ່ງກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ.

