ນາຍົກຢືນຢັນປີ 2018 ຈະບໍ່ສະເໜີດັດແກ້ຕົວເລກເສດຖະກິດຕໍ່ສະພາ

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຢືນຢັນຢູ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ປີ 2018 ນີ້, ລັດຖະບານຈະໄດ້ທົບທວນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີກາງສະໄໝ, ເຖິງວ່າໃນປີ 2017 ຈະບໍ່ບັນລຸຄາດໝາຍເຕັມຮ້ອຍ, ແຕ່ຍ້ອນມີຄວາມຮັບຜິດຊອບຕໍ່ພັກ, ຕໍ່ສະພາແຫ່ງຊາດ ລັດຖະບານຈະບໍ່ທັນສະເໜີດັດແກ້ຕໍ່ສະພາເທື່ອ, ແຕ່ຈະເພີ່ມຄວາມພະຍາຍາມ, ບຸກບືນ ແລະ ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ເພື່ອສູ້ຊົນປະຕິບັດໃຫ້ບັນລຸຄາດໝາຍຂອງແຜນພັດທະນາ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການບັນລຸຄາດໝາຍຕາມສະພາໄດ້ຮັບຮອງ, ຊຶ່ງລັດຖະບານຈະສຸມໃສ່ວຽກງານທີ່ເປັນພື້ນຖານຄື: ສືບຕໍ່ຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ໜັກແໜ້ນ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການພັດທະນາ ແລະ ບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້, ຫາງສຽງສັງຄົມ, ຄວາມສ່ຽງ ແລະ ສິ່ງຫລໍ່ແຫລມຕ່າງໆ ທີ່ອາດເປັນໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ. ສືບຕໍ່ເສີມຂະຫຍາຍມາດຕະການຊຸກຍູ້ການພັດທະນາທາງເສດຖະກິດໃຫ້ເປັນແຜນວຽກລະອຽດ, ລັດຖະບານຈະສືບຕໍ່ຫັນການປະຕິບັດວິໄນແຜນ ການ-ການເງິນເຂົ້າສູ່ລວງເລິກ ແລະ ໃຫ້ເປັນຮູບປະທຳຫລາຍຂຶ້ນ ທັງນີ້ກໍເພື່ອປ້ອງກັນບໍ່ໃຫ້ເສດຖະກິດຂອງປະເທດເຮົາຕົກເຂົ້າສູ່ຄວາມສັບສົນ, ທັງສະກັດກັ້ນບໍ່ໃຫ້ເສດຖະກິດຂອງຊາດກ້າວສູ່ວິກິດບໍ່ວ່າຈະເປັນດ້ານໃດ ຫລື ກໍລະນີໃດກໍຕາມ, ສືບຕໍ່ປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງ, ໂດຍເລີ່ມແຕ່ການປັບປຸງກົງຈັກການຈັດຕັ້ງ, ກໍ່ສ້າງ ແລະ ສັບຊ້ອນພະນັກງານ, ກົນໄກ ແລະ ລະບຽບການຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍຢ່າງແຂງແຮງກວ່າເກົ່າ ທັງຫັນໄປສູ່ທັນສະໄໝ, ໂປ່ງໃສ, ຈະເລັ່ງປັບປຸງບັນດາດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີໃຫ້ເຂົ້າສູ່ລະບຽບຢ່າງຮັດກຸມເຂົ້າສູ່ການຄຸ້ມຄອງແບບລວມສູນ, ບໍ່ກະແຈກກະຈາຍຄືເກົ່າ. ພ້ອມກັນນີ້ ກໍຈະສືບຕໍ່ຈັດຕັ້ງປະຕິບັດ 9 ມາດຕະການສະເພາະດ້ານລາຍຮັບ-ລາຍຈ່າຍ ແລະ 7 ມາດຕະການລວມ, 12 ມາດຕະການເພີ່ມຕື່ມທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ, ສືບຕໍ່ຍູ້ແຮງການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບປັບປຸງໃຫ້ໄວຂຶ້ນ, ໃຫ້ແຕ່ລະຂະແໜງການແກ້ໄຂຂອດອຸດຕັນຕ່າງໆໃນການລົງທຶນ ແລະ ດຳເນີນທຸລະກິດ ເພື່ອເຮັດໃຫ້ໂຕຊີ້ວັດທາງດ້ານຄວາມສະດວກໃນການເຮັດທຸລະກິດຢູ່ລາວມີການຈັດລະດັບດີຂຶ້ນຢ່າງຊັດເຈນໃນປີ 2018, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ເປັນຮູບປະທຳຕິດພັນກັບການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການຂອງປະຊາຊົນ ແລະ ແກ້ໄຂຄວາມທຸກຍາກ, ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການປະຢັດ-ຕ້ານການຟຸມເຟືອຍຢ່າງເຂັ້ມງວດ, ແກ້ໄຂບັນຫາທີ່ກົດໜ່ວງຖ່ວງດຶງການພັດທະນາ, ໂດຍສະເພາະແກ້ໄຂຄວາມຜິດພາດ, ຈຸດບົກຜ່ອງທີ່ເຄີຍສວຍໃຊ້ຄຳວ່າຫັນທີ່ດິນເປັນທຶນ ຫລື ຫັນຊັບສິນເປັນທຶນນັ້ນເຂົ້າສູ່ລະບຽບກົດໝາຍ ແລະ ຈັດຕັ້ງປະຕິບັດໃຫ້ຮັດກຸມກວ່າເກົ່າ ແລະ ຍູ້ແຮງການເຄື່ອນໄຫວ ແລະ ສ້າງຂະບວນການ ເພື່ອໂຄສະນາຈັດປີທ່ອງທ່ຽວ 2018 ໃຫ້ປະສົບຜົນສຳເລັດເປັນຢ່າງດີ, ດຶງດູດນັກທ່ອງທ່ຽວເຂົ້າມາປະເທດເຮົາໃຫ້ໄດ້ຕາມຄາດໝາຍ ແລະ ໃຫ້ຫລາຍຂຶ້ນ, ໂດຍນຳໃຊ້ທ່າແຮງໃນການສົ່ງເສີມການທ່ອງທ່ຽວໃຫ້ເປັນເຄື່ອງມືທີ່ມີປະສິດທິຜົນໃນການແກ້ໄຂບັນຫາເສດຖະກິດຂອງປະເທດ.

