ປກສ ແຂວງວຽງຈັນ ມອບລົດຈັກ 2 ຄັນທີ່ຖືກໂຈນລັກໄປ ຄືນໃຫ້ເຈົ້າຂອງເດີມ

ວັນທີ 14 ພຶດສະພາ 2024 ນີ້, ພະແນກຕຳຫລວດຈະລາຈອນ ຫ້ອງຕຳຫລວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກຮອນດາເວບ 100 ຈໍານວນ 2 ຄັນ ທີ່ເຈົ້າໜ້າທີ່ເກັບກູ້ຄືນມາໄດ້ ແລ້ວສົ່ງຄືນໃຫ້ເຈົ້າຂອງເດີມ.

ພັທ ພູວັນນີ ຫລິນວັນນະລາດ ຫົວໜ້າພະແນກຕໍາຫລວດຈະລະຈອນ ຫ້ອງຕຳຫລວດ ປກສ ແຂວງວຽງຈັນເວົ້າວ່າ: ລົດທັງສອງຄັນນີ້ ຖືກໂຈນລັກໄປແຕ່ ປີ 2013 ແລະ ປີ 2022 ເຂິ່ງເຈົ້າໜ້າທີ່ສາມາດເກັບກູ້ຄືນໄດ້ ແລ້ວນຳມາຄືນໃຫ້ເຈົ້າຂອງເດີມ ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ເຈົ້າຂອງຊັບ ແລະ ປະຊາຊົນ ຈົ່ງເອົາໃຈໃສ່ປົກປັກຮັກສາວັດຖຸສິ່ງຂອງທີ່ມີຄ່າໄວ້ໃຫ້ດີ ເພື່ອບໍ່ໃຫ້ຄົນບໍ່ດີສວຍໂອກາດລັກຊັບຂອງທ່ານ ແລະ ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ເມື່ອມີຄົນມາຂາຍລົດຈັກທີ່ບໍ່ມີເອກະສານຄົບຖ້ວນ ຫລື ລາຄາລົດຈັກຖືກກວ່າຄວາມເປັນຈິງ ບໍ່ຄວນຊື້ຢ່າງເດັດຂາດ ແລະ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ ທີ່ກ້ຽວຂ້ອງ ເພື່ອຕິດຕາມກວດກາໂດຍໄວ.