ລັດຖະບານ ລາວ ມອບຊ້າງ ອາຊີ ໜຶ່ງຄູ່ໃຫ້ກຳປູເຈຍ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ສັນຍະລັກແຫ່ງຄວາມສາມັກຄີສອງຊາດ

ວັນທີ 12 ພຶດສະພາ 2024 ຜ່ານມານີ້ ມີພິທີ ມອບ – ຮັບ ຊ້າງຈາກລາວໃຫ້ກຳປູເຈຍຂຶ້ນຢູ່ທີ່ ສວນສັດປ່າຄຸ້ມຄອງ ພະນົມ ຕະເມົາແຂວງຕາແກ້ວ, ປະເທດກຳປູເຈຍ ຊ້າງທີ່ມອບຄັ້ງນີ້ເປັນສາຍພັນຊ້າງອາຊີ ຈຳນວນ 2 ໂຕ ເພດຜູ້ອາຍຸ 3 ປີ 7 ເດືອນ ແລະ ເພດແມ່ ອາຍຸ 3 ປີ 9 ເດືອນ ແນວລະ 1 ໂຕ.

ຕາງໜ້າລັດຖະບານລາວມອບໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າລັດຖະບານລາວກ່າວມອບ ແລະ ທ່ານ ດິດ ຕິນ່າ ລັດຖະມົນຕີກະຊວງກະສິກຳ, ການລ່າສັດແລະການປະມົງ ຕາງໜ້າລັດຖະບານກຳປູເຈຍກ່າວຮັບ.

ທັງນີ້ເພື່ອເປັນສັນຍາລັກແຫ່ງຄວາມສາມັກຄີການເສີມຂະຫາຍສາຍພົວພັນມິດຕະພາບລະຫວ່າງສອງຊາດ. ຂະນະດຽວກັນ ກໍໄດ້ສົ່ງຄວານຊ້າງ 2 ຄົນ ຄື ທ່ານສັກ ສີອຸບັນ ແລະ ທ່ານ ວິໄລ ໄຊວົງ ໄປຊ່ວຍດູແລຊ້າງຄູ່ດັ່ງກ່າວເປັນໄລຍະເວລາ 6 ເດືອນ.