ລາວຫາລືກຳນົດວິໄສທັດພັດທະນາແມ່ຍິງລາວ

ໃນວັນທີ 18 ຕຸລານີ້, ຢູ່ໂຮງແຮມລ້ານຊ້າງນະຄອນຫລວງວຽງຈັນ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມ) ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຍຸດທະສາດການພັດທະນາແມ່ຍິງລາວ ເພື່ອກໍານົດເປັນວິໄສທັດ, ຍຸດທະສາດ, ແຜນງານ ແລະ ໂຄງການເພື່ອພັດທະນາແມ່ຍິງລາວ. ໃນໂອກາດນີ້, ທ່ານ ພັດທິຣາ ຜົນງາມ ປະທານສາຂາຍຸດທະສາດການພັດທະນາພູມີພາກມະຫາວິທະຍາໄລຣາດຊະພັດ ຈັງຫວັດເລີຍປະເທດໄທ ໄດ້ນຳສະເໜີບົດຮຽນການສ້າງວິໄສທັດ, ຍຸດທະສາດ ຂຽນແຜນງານ ແລະ ໂຄງການ, ຊຶ່ງບົດຮຽນທີ່ດີແກ່ພະນັກງານທີ່ເຮັດວຽກກ່ຽວກັບຄວາມກ້າວໜ້າຂອງແມ່ຍິງແມ່-ເດັກ ໃນບັນດາກະຊວງ, ອົງການຈັດຕັ້ງຕ່າງໆມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບ ແລະ ເຮັດໃຫ້ແຜນຍຸດທະສາດການພັດທະນາແມ່ຍິງລາວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳໂດຍໄວ.
ກອງປະຊຸມດັ່ງກ່າວ, ໂດຍການເປັນປະທານຂອງທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ແລະ ທ່ານໄດ້ມີຄໍາເຫັນວ່າ: ການພັດທະນາແມ່ຍິງ ແລະ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງລາວ ເປັນວຽກງານບູລິມະສິດຂອງພັກ ແລະ ລັດຖະບານ, ທັງເປັນການປະຕິບັດພັນທະໃນການເປັນພາຄີຕໍ່ສົນທິສັນຍາ ແລະ ນິຕິກຳສາກົນ ກໍຄືການຈັດຕັ້ງຜັນຂະຫຍາຍສົນທິສັນຍາຊີດໍ ລວມທັງນິຕິກຳອື່ນໆ. ດັ່ງນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ມີການກຳນົດຍຸດທະສາດ, ແຜນດຳເນີນງານ, ແຜນງານ, ໂຄງການ ແລະ ກິດຈະກຳ ເພື່ອໃຫ້ການພັດທະນາແມ່ຍິງລາວສອດຄ່ອງກັບການພັດທະນາປະເທດໃນແຕ່ລະໄລຍະ.

