ກວດສອບເຫັນຫລາຍໂຄງການລົງທຶນຂອງລັດບໍ່ຖືກລະບຽບໃນສົກປີ 2013-2014

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ໄດ້ລາຍງານຜົນການກວດກາຕາມຜົນການກວດສອບຕໍ່ກອງປະຊຸມສະໄໝສະມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນຢູ່ປັດຈຸບັນນີ້ວ່າ: ຜ່ານການກວດກາໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງລັດສົກປີ 2013-2014 ພົບເຫັນໂຄງການນອກແຜນ 118 ໂຄງການ ລວມມີມູນຄ່າຫລາຍກວ່າ 1.150 ຕື້ກີບ, ໃນນີ້ຈັດຕັ້ງປະຕິບັດສຳເລັດ 100% ມີ 87 ໂຄງການລວມມີມູນຄ່າຫລາຍກວ່າ 327 ຕື້ກີບ, ໄດ້ກວດກາລົງເລິກແລ້ວ 9 ແຂວງ-ນະຄອນຫລວງວຽງຈັນ ແລະ 1 ກະຊວງລວມ 65 ໂຄງການມີມູນຄ່າ 800 ກວ່າຕື້ີກີບ, ຜ່ານການກວດກາເຫັນໂຄງການທີ່ໄດ້ຊຳລະຂາດຕົວ 100% ມີ 55 ໂຄງການມີມູນຄ່າຫລາຍກວ່າ 116 ຕື້ກີບ ແລະ ຍັງເຫລືອ 63 ໂຄງການລວມມີມູນຄ່າຕາມສັນຍາຫລາຍກວ່າ 1.034 ຕື້ກີບ ແລະ ໄດ້ຊຳລະແລ້ວ 137 ກວ່າຕື້ກີບ, ໃນນີ້ໂຄງການຈັດຕັ້ງປະຕິບັດກ່ອນວັນທີ 31 ທັນວາ 2012 ມີ 26 ໂຄງການລວມມີມູນຄ່າຕາມສັນຍາ 457 ກວ່າຕື້ກີບ ແລະ ໂຄງການຈັດຕັ້ງປະຕິບັດຫລັງວັນທີ 31 ທັນ 2012 ມີ 34 ໂຄງການມີມູນຄ່າຕາມສັນຍາຫລາຍກວ່າ 558 ຕື້ກີບ. ຂະນະດຽວກັນໂຄງການທີ່ໄດ້ປະເມີນແລ້ວ ແຕ່ຈັດຢູ່ໃນປະເທດ F, ສະພາຮັບຮອງແລ້ວຈຳນວນ 26 ໂຄງການລວມມູນຄ່າ 1.517 ກວ່າຕື້ກີບ, ໄດ້ກວດກາລົງເລິກແລ້ວຢູ່ 4 ແຂວງລວມ 17 ໂຄງການມູນຄ່າຫລາຍກວ່າ 1.311 ຕື້ກີບ ແລະ ຍັງບໍ່ທັນໄດ້ກວດກາ 9 ໂຄງການ ມູນຄ່າກວ່າ 205 ຕື້ກີບ ແລະ ຜ່ານການກວດກາຕົວຈິງໃນ 17 ໂຄງການດັ່ງກ່າວເຫັນວ່າການປະເມີນບໍ່ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ, ເຈົ້າຂອງໂຄງການປະກອບເອກະສານໃຫ້ບໍ່ຄົບຖ້ວນຕາມເງື່ອນໄຂທີ່ກົມປະເມີນຜົນຂອງກະຊວງແຜນການ ແລະ ການລົງທຶນກຳນົດໄວ້ທາງກົມກ່ຽວຂ້ອງໄດ້ຈັດຢູ່ໃນປະເພດ F ແຕ່ຜ່ານການກວດກາການກໍ່ສ້າງຕົວຈິງແມ່ນມີປະສິດທິຜົນ ແລະ ມີຄວາມຈຳເປັນໃນການພັດທະນາ. ສໍາລັບໂຄງການບໍ່ໄດ້ປະເມີນຕາມຜົນການກວດສອບມີຈຳນວນ 382 ໂຄງການມີມູນຄ່າຫລາວກວ່າ 15.458 ຕື້ກີບ, ແຕ່ຜ່ານການກວດກາເຫັນວ່າກະຊວງແຜນການ ແລະ ການລົງທຶນໄດ້ປະເມີນແລ້ວ 40 ໂຄງການລວມມີມູນຄ່າ 2.654 ກວ່າຕື້ກີບ ແລະ ຍັງເຫລືອ 342 ໂຄງການມີມູນຄ່າ 12.800 ກວ່າຕື້ກີບ, ໃນນີ້ໄດ້ລົງເລິກກວດກາແລ້ວຢູ່ 8 ແຂວງ-ນະຄອນຫລວງລວມ 124 ໂຄງການມີມູນຄ່າ 7.062 ກວ່າຕື້ກີບ, ຍັງບໍ່ທັນໄດ້ກວດກາ 218 ໂຄງການມູນຄ່າກວ່າ 5.740 ຕື້ກີບ ແລະ ໃນຈໍານວນ 124 ໂຄງການທີ່ໄດ້ກວດກາເຫັນວ່າມີຄວາມຈຳເປັນໃນການພັດທະນາພື້ນຖານໂຄງລ່າງ 119 ໂຄງການ ແລະ ມີ 5 ໂຄງການເຫັນວ່າບໍ່ທັນມີຄວາມຈຳເປັນທີ່ຈະລົງທຶນກໍ່ສ້າງໃນໄລຍະເວລານີ້ (ໂຄງການບໍ່ມີປະສິດທິຜົນ) ແລະ ຜ່ານການກວດກາຕົວຈິງພົບເຫັນກໍລະນີຜິດລະບຽບຕ່າງໆຄື: ໂຄງການສ່ວນຫລາຍມີມູນຄ່າສູງເມື່ອຖ້າທຽບກັບລາຄາຫົວໜ່ວຍຂອງກະຊວງກ່ຽວຂ້ອງວາງອອກ, ໂຄງການບໍ່ເຮັດຕາມການອອກແບບ, ມີການດັດແກ້ແບບ, ບໍລິມາດມີການປ່ຽນແປງ (ຫລຸດລົງ) ແຕ່ມູນຄ່າໃນສັນຍາຍັງຮັກສາໄວ້ຄືເກົ່າ, ໄດ້ມອບໃຫ້ເຈົ້າຂອງໂຄງການກວດກາໄລ່ລຽງຄືນ ແລະ ຫັກລົບມູນຄ່າໜ້າວຽກທີ່ບໍ່ໄດ້ປະຕິບັດອອກຈາກມູນຄ່າຂອງໂຄງ ການ, ໂຄງການທີ່ຍັງປະຕິບັດບໍ່ສຳເລັດ 100% ແຕ່ມີບົດບັນທຶກກວດວຽກວ່າສຳເລັດ, ບໍ່ມີການປະມູນ ແລະ ອື່ນໆ.

