ອິດສະລາແອນກຽມສ້າງນິຄົມໃໝ່ ໃກ້ເຂດອະນຸລັກຢູເນສໂກ

ລັດຖະບານອິດສະລາແອນອະນຸມັດໂຄງການກໍ່ສ້າງນິຄົມໃໝ່ ໃນພື້ນທີ່ຂອງເມືອງເຮບຣອນ ໃນເຂດເວສແບງເປັນເທື່ອທຳອິດໃນຮອບ 15 ປີ ແລະ ໃກ້ກັບບໍລິເວນເມືອງເກົ່າທີ່ຢູເນສໂກປະກາດໃຫ້ເປັນມໍລະດົກໂລກໃນກາງປີນີ້.
https://twitter.com/UNESCO/status/883260287641681921
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງເຢຣູຊາເລມ ປະເທດອິດສະລາແອນ ໃນວັນທີ 17 ຕຸລາວ່າ: ຄະນະລັດຖະບານອິດສະລາແອນມີມະຕິຢູ່ກອງປະຊຸມໃນວັນທີ 16 ຕຸລາ ອະນຸມັດໂຄງການກໍ່ສ້າງນິຄົມບ່ອນຢູ່ອາໄສ 31 ແຫ່ງ ຢູ່ເມືອງເຮບຣອນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປາແລັສຕິນ ແລະ ຕັ້ງຢູ່ທາງຕອນໃຕ້ຂອງເຂດເວສແບງ. ຖືເປັນໂຄງການກໍ່ສ້າງນິຄົມແຫ່ງໃໝ່ຂອງອິດສະລາແອນຢູ່ເມືອງເຮບຣອນເປັນເທື່ອທຳອິດ ນັບແຕ່ປີ 2002 ໂດຍປັດຈຸບັນມີພົນລະເມືອງຊາວຢິວປະມານ 1.000 ຄົນອາໄສຢູ່ເຂດໃຈກາງເມືອງເຮບຣອນ ທີ່ພົນລະເມືອງສ່ວນຫລາຍຫລາຍກວ່າ 200.000 ຄົນເປັນຊາວປາແລັສຕິນ ທ່າມກາງມາດຕະການຮັກສາຄວາມປອດໄພຂັ້ນສູງສຸດຈາກໜ່ວຍງານດ້ານຄວາມໝັ້ນຄົງຂອງອິດສະລາແອນ, ແຕ່ລັດຖະບານປາແລັສຕິນມີອຳນາດປົກຄອງພື້ນທີ່ປະມານ 80% ຂອງເມືອງເຮບຣອນ.
ສື່ຫລາຍແຫ່ງຂອງອິດສະລາແອນລາຍງານວ່າ: ນາຍົກລັດຖະມົນຕີ ເບນຈາມິນ ເນຕັນຢາຮູ ອະນຸມັດໂຄງການກໍ່ສ້າງນິຄົມຊາວຢິວແຫ່ງໃໝ່ຢູ່ເມືອງເຮບຣອນ ຄືການຕອບໂຕ້ມະຕິຂອງຢູເນສໂກທີ່ຮັບຮອງມັດສະຢິດອິບຣາຮິມ ແລະ ເຂດເມືອງເກົ່າ ອັດກາລິວໃຫ້ເປັນມໍລະດົກໂລກ ເຖິງລະເມີດມາດຕາ 49 ຂອງອະນຸສັນຍາເຈນີວາ. ນອກຈາກນີ້ ອິດສະລາແອນປະກາດໃນອາທິດຜ່ານມາວ່າ: ກຽມລາອອກຈາກການເປັນສະມາຊິກຢູເນສໂກຕາມອາເມລິກາ.

