ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານການເກີດ ແຜ່ນດິນໄຫວວ່າ: ໃນວັນທີ 3 ພຶດສະພາ 2024 ເວລາ 10:07 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ 1 ຄັ້ງ ຢູ່ແຂວງເຊກອງ ຈຸດສູນກາງເສັ້ນຂະໜານທີ 15.592°N ແລະ ເສັ້ນແວງທີ 106.810°E ຄວາມແຮງສັ່ນສະເທືອນວັດແທກ ໄດ້ 4,2 ຣິກເຕີ, ມີຄວາມເລີກຈາກເທິງໜ້າດິນປະມານ 10 Km ຈຸດສູນ ກາງເກີດແຜ່ນດິນໄຫວຢູ່ລະຫວ່າງຊາຍແດນ ເມືອງກະລຶມ ກັບ ເມືອງລະມາມ , ເຊິ່ງຈຸດເກີດແຜ່ນດິນໄຫວຢູ ຫ່າງຈາກເທດສະບານເມືອງກະລຶມ ປະມານ 16 ກິໂລແມັດ ແລະ ຫ່າງຈາກ ເທດສະບານເມືອງລະມາມ ປະມານ 28 ກິໂລແມັດ.
ສ່ວນເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.