ການທ່ອງທ່ຽວອຸດສາຫະກຳທີ່ພາໃຫ້ຮັ່ງ

ໂດຍ: ກ້ອງສ່ອງ ອິດສະຫລະ
ໃນຄວາມເປັນຈິງແລ້ວ, ປະເທດລາວຂອງພວກເຮົາແມ່ນມີປັດໄຈ ແລະ ເງື່ອນໄຂຫລາຍດ້ານທີ່ຈະດຶງດູດເອົາຄົນໃນທົ່ວໂລກເຂົ້າມາທ່ອງທ່ຽວ ເພື່ອຂຸດຄົ້ນທ່າແຮງຈາກຊັບພະຍາກອນທີ່ບົ່ມຊ້ອນກາຍມາເປັນເງິນເປັນຄຳແລ້ວຄົນລາວກໍຈະພາກັນຮັ່ງ. ໃນຜ່ານມາ ເຖິງຈະມີຄົນເວົ້າສຽດສີວ່າປະເທດເຈົ້າມີທະເລຄືບ້ານຂ້ອຍບໍ່ ? ແນວໃດກໍຕາມ, ແຕ່ປະເທດລາວຍັງມີຫລາຍສິ່ງຫລາຍຢ່າງທີ່ລຶກລັບ ນັບແຕ່ອັນຕາບໍ່ເຫັນ, ທັງຕາເຫັນ ແລະ ກັບກາຍມາເປັນຊັບພະຍາກອນອັນລ້ຳຄ່າທີ່ບົ່ມຊ້ອນຢ່າງມະຫາສານ. ຕາມຜູ້ຂຽນວ່າ ອັນໂຕທີ່ສະແດງໃຫ້ເຮົາເຫັນຢ່າງຈະແຈ້ງຊັດເຈນ ກໍຄືປະເທດລາວມີຄວາມສະຫງົບ, ບໍ່ມີເສິກເສືອເໜືອໃຕ້ ແລະ ຂ້າຟັນລັນແທງກັນຄືຫ້າຫົກສິບປີຄືນຫລັງ. ມາເບິ່ງໃນດ້ານອະລິຍະບົດຂອງຄົນລາວເຮົາກໍບໍ່ເຄີຍໄປຂ້າຕີບີໂບຍປະເທດໃດທີ່ຈະພາໃຫ້ຄົນອື່ນເສຍຄວາມຮູ້ສຶກ ແລະ ເສຍຊາດເກີດຈົນວ່າເຮັດໃຫ້ໂລກເດືອດຮ້ອນນຳຍ້ອນ. ປັດຈຸບັນຈະໄປໃສມາໃສ, ຂຶ້ນເໜືອລ່ອງໃຕ້, ໄປຮ່ອຍຫ້ວຍພູເຂົາ, ເລາະຕາມບ້ານຕາມເມືອງກໍມີຜູ້ຮ້ອງກິນເຂົ້າເຊົາເຮືອນ ຫລື ແວ່ພັກເຊົາຮ່ວມກິນເຂົ້າກິນປາ. ເຮົາວ່າອັນນີ້ມັນເປັນມາແຕ່ເຊັ່ນປູ່ເຊັ່ນຍ່າ, ເຊັ່ນພໍ່ເຊັ່ນແມ່ຜູ້ເຖົ້າຜູ້ແກ່ໄດ້ສິດສອນບົ່ມເພາະມາແຕ່ມື້ເກີດ. ໃນສະໄໝພໍ່ແມ່, ຮຸ້ນປູ່ຮຸ້ນຍ່າຕານາຍເຮົາເພິ່ນເຄີຍສັ່ງສອນ ແລະ ນຳພາຂຸດນ້ຳບໍ່ກໍ່ສາລາ, ສ້າງວັດວາອາຮາມ ນີ້ຄືເອກະລັກທີ່ຍອດຍິ່ງສິ້ນໜຶ່ງຂອງຄົນລາວເຮົາ. ມາເບິ່ງໃນດ້ານຮີດຄອງປະເພນີວັດທະນະທຳຂອງຄົນລາວເຮົາກໍເຫັນວ່າມີອັນດີ ແລະ ງົດງາມຫລາຍຢ່າງທີ່ເປັນເອກະລັກ ແລະ ກາຍເປັນມູນເຊື້ອວັດທະນະທຳທີ່ບໍ່ມີໃຜຄື ແລະ ບໍ່ຄືໃຜ. ຕົວຢ່າງການນຸ່ງຖືຂອງຜູ້ຍິງລາວເຮົາແມ່ນນຸ່ງສິ້ນໄໝເສື້ອໄໝບ່ຽງແພເຫລົ່ານີ້ເປັນຕົ້ນ. ກ່າວເຖິງການເຮັດບຸນສິນກິນທານ, ຂະນົບທຳນຽມ, ການເຄົາລົບນົບໄຫວ້ສິ່ງເຫລົ່ານີ້ກໍລ້ວນແລ້ວແຕ່ເປັນການສະແດງໃຫ້ເຫັນເຖິງສັນຊາດຕະຍານ, ແບບແຜນດຳລົງຊີວິດ ແລະ ຄຸນສົມບັດຂອງຄົນລາວເຮົາມາແຕ່ອີ່ປຸອີ່ປູ້. ຫັນມາເບິ່ງໃນດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະເທດເຮົາເຖິງວ່າບໍ່ມີເຂດແດນຕິດກັບທະເລ, ແຕ່ກໍມີແມ່ນ້ຳລຳເຊ, ມີພູຜາປ່າໄມ້, ຮ່ອມຫ້ວຍພູເຂົາ ແລະ ທຳມະຊາດອັນສວຍສົດງົດງາມ. ສິ່ງເຫລົ່ານີ້ລະມັນແມ່ນຊັບໃນດິນສິນໃນນ້ຳທີ່ອຸດົມສົມບູນທີ່ຈະພາຊາດລາວ ແລະ ປະຊາຊົນລາວເຮົາຮັ່ງມີໃນອະນາຄົດທີ່ຍັງບໍ່ໄກເກີນເອື້ອມ.
ຕາມຜູ້ຂຽນວ່າ, ໃນສະພາບປັດຈຸບັນ ກໍຄືອະນາຄົດ ຖ້າຫາກພວກເຮົາຊ່າງຂຸດຄົ້ນເອົາຊັບພະຍາກອນທີ່ອຸດົມສົມບູນເຫລົ່ານັ້ນຂຶ້ນມາຮັບໃຊ້ ແລະ ນຳໃຊ້ຢ່າງສົມຄຸນຄ່າແລ້ວ ບໍ່ໄວກໍຊ້າປະຊາຊົນລາວເຮົາຕ້ອງພາກັນຮັ່ງມີຢ່າງແນ່ນອນ. ສະນັ້ນ ເຮົາເຫັນວ່າໃນປີທ່ອງທ່ຽວ 2018 ທີ່ຈະມາເຖິງນີ້, ມັນເປັນໂອກາດດີສຳລັບພວກເຮົາທີ່ຈະໄດ້ຂຸດຄົ້ນຂຶ້ນມານຳໃຊ້ຕາມຄວາມອາດສາມາດ ເພື່ອນຳຜົນປະໂຫຍດສູງສຸດມາໃຫ້ພວກເຮົາ. ກ່າວເຖິງແຫລ່ງທ່ອງທ່ຽວດ້ານວັດທະນະທຳຢູ່ບ້ານເຮົາກໍມີວັດວາອາຮາມ, ມີປູສະນີຍະສະຖານ ແລະ ສະຖາປັດຕະຍະກຳຫລາຍແຫ່ງທີ່ເປັນມໍລະດົກຂອງໂລກ, ຂອງຊາດ ແລະ ຂອງທ້ອງຖິ່ນ. ນອກຈາກນັ້ນ ກໍມີຮີດຄອງປະເພນີ ຮີດ 12 ຄອງ 14 ກາຍເປັນເອກະລັກອັນດີງາມຂອງຊາດ ແລະ ເປັນວິຖີຊີວິດຂອງແຕ່ລະເຜົ່າຊົນ. ດ້ານແຫລ່ງທ່ອງທ່ຽວທຳມະຊາດ ພວກເຮົາກໍມີແມ່ນ້ຳລຳເຊ, ມີຖ້ຳພູຜາປ່າດົງ ແລະ ທຳມະຊາດອັນສວຍສົດງົດງາມ. ບັນດາແຫລ່ງທ່ອງທ່ຽວທີ່ໄດ້ກ່າວມານີ້ແມ່ນລ້ວນແລ້ວແຕ່ແຫລ່ງເງິນແຫລ່ງຄຳທີ່ຈະນຳລາຍໄດ້ມາສູ່ປະຊາຊົນລາວ ຂໍແຕ່ວ່າພວກເຮົາມີຫົວຄິດປະດິດສ້າງ ແລະ ຮູ້ໝູນໃຊ້. ຕາມທິດກໍ່າຄິດ ໃນໂອກາດປີທ່ອງທ່ຽວລາວທີ່ຈະມາເຖິງໃນມໍ່ໆນີ້ ໃຜຈະຈັດກິດຈະກຳອັນໃດກໍຕາມ ຂໍພຽງແຕ່ວ່າມີປັດໄຈ ແລະ ເງື່ອນໄຂເໝາະສົມຂອງແຕ່ລະທ້ອງຖິ່ນເຊັ່ນ: ຜູ້ມີນ້ຳກໍຈັດກິດຈະກຳຊ່ວງເຮືອໃຫ້ມ່ວນຊື່ນຄຶກຄື້ນ, ຜູ້ມີວັດວາອາຮາມ, ປູສະນີຍະສະຖານກໍຈັດກິດຈະກຳເຮັດບຸນສິນກິນທານ, ຜູ້ມີປ່າດົງພູເຂົາກໍຈັດກິດຈະກຳເດີ່ນທ່ຽວປ່າ, ຜູ້ມີຖ້ຳຮ່ອມຫ້ວຍພູເຂົາກໍຂຸດຄົ້ນຈັດສັນເປັນແຫລ່ງທ່ອງທ່ຽວ ສາມາດດຶງດູດແຂກທີ່ໄປທ່ອງທ່ຽວໃຫ້ໄດ້ຢ່າງຫລວງຫລາຍ. ນອກນັ້ນ ການບໍລິການໃນດ້ານຕ່າງໆທີ່ປິ່ນອ້ອມກໍຄວນເຮັດຢ່າງຈິງຈັງຕັ້ງໜ້າເຊັ່ນ: ຖະໜົນຫົນທາງກໍໃຫ້ຫລ່ຽນໄຫລ, ການກິນການນອນກໍໃຫ້ແຂກມີຄວາມອົບອຸ່ນພໍໃຈ ນັບທັງການບໍລິການຂາຍປີ້ຂາຍບັດຕ່າງໆ ກໍໃຫ້ສົມນ້ຳສົມຕ່ອນ ບໍ່ຄວນປາກໃຫຍ່ກວ່າທ້ອງ. ທຸກສິ່ງຢ່າງທີ່ກ່າວມານີ້ມັນລ້ວນແລ້ວແຕ່ເປັນເສັ້ນທາງແຫ່ງຄວາມຮັ່ງມີຈາກອຸດສາຫະກຳການທ່ອງທ່ຽວຂອງປະເທດເຮົາ.

