ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ເພື່ອ ປັບປຸງສຸຂະພາບ ແມ່ແລະເດັກ ຢູ່ ສປປ ລາວ

ພິທີຮັບຮອງແຜນງານສ້າງຄວາມ ເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກ ແລະ ການປົກຄອງທ້ອງຖິ່ນ ຈັດຂຶ້ນໃນວັນທີ 24 ເມສາ 2024, ທີ່ ນະຄອນຫຼວງວຽງຈັນ ເພື່ອປັບປຸງສຸຂະພາບແມ່ແລະເດັກ ແລະ ໂພຊະນາການ ຜ່ານວິທີການແບບຄອນເນັກ ຢູ່ ສປປ ລາວ ລະຫວ່າງກະຊວງສາທາລະນະສຸກ, ກະຊວງພາຍໃນ, ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ແລະ ອົງການອະນາໄມໂລກ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ.

ວິທີການຄອນເນັກ ແມ່ນມີເປົ້າຫມາຍສູງສຸດໃນການສົ່ງເສີມການເຂົ້າເຖິງການບໍລິການສຸຂະພາບທີ່ຈໍາເປັນ ເປັນຕົ້ນ ການສັກຢາກັນພະຍາດ ແລະ ການບໍລິການສຸຂະພາບແມ່ ແລະ ເດັກ ໂດຍຜ່ານການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການສຸຂະພາບຂັ້ນຕົ້ນ ເພື່ອກ້າວໄປສູ່ການປົກຄຸມສຸຂະພາບທົ່ວປວງຊົນ ເຊິ່ງວິທີການແບບຄອນເນັກ ມີເປົ້າໝາຍໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງພະນັກງານແພດໝໍ ແລະ ຊຸມຊົນ ໂດຍຜ່ານການປະສານງານຢ່າງໃກ້ຊິດກັບອໍານາດການປົກຄອງທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງທ້ອງຖິ່ນ, ການວາງແຜນ ແລະ ການປະສານງານຮ່ວມກັນ ພ້ອມທັງການເສີມສ້າງ ແລະ ເຊື່ອມສານວິທີການດັ່ງກ່າວໃຫ້ມີຄວາມຍືນຍົງ.
ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: “ການບໍລິການສຸຂະພາບ ບໍ່ໄດ້ເປັນພຽງການບໍລິການ ແຕ່ມັນເປັນການໃຫ້ຄໍາໝັ້ນສັນຍາອັນຫນຶ່ງ ເຊິ່ງເຮົາຕ້ອງໄດ້ເອົາໃຈໃສ່ ແລະ ຮັກສາໄວ້ຮ່ວມກັນການສ້າງຄວາມເຂັ້ມແຂງໃຫ້ແກ່ການປົກຄອງທ້ອງຖິ່ນ ເປັນດັ່ງການບົວລະບັດຮາກໄມ້; ຍິ່ງຮາກໄມ້ຫມັ້ນຄົງ ກິ່ງງ່າກໍຍິ່ງແຂງແຮງ ເມື່ອເຮົາສົ່ງເສີມໃຫ້ຊຸມຊົນ ແລະ ການປົກຄອງທ້ອງຖິ່ນໃຫ້ເປັນເຈົ້າການໃນການຮັກສາສຸຂະພາບ, ເຮົາຈະສາມາດສ້າງຄວາມໄວ້ ເນື້ອເຊື່ອໃຈ, ສ້າງຄວາມຮັບຜິດຊອບ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ແລ້ວໃນຊຸມຊົນຢ່າງມີປະສິດທິພາບ”

ເພື່ອເປັນການຊ່ວຍເຫຼືອຊຸມຊົນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະ ກຸ່ມຊົນເຜົ່າຕ່າງໆ ຈະເຮັດໃຫ້ສາມາດຜັນຂະຫຍາຍວິທີການຄອນເນັກໄປອີກ 5 ແຂວງ ກໍຄື ແຂວງຜົ້ງສາລີ, ອຸດົມໄຊ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ເພີ່ມຂື້ນຈາກປັດຈຸບັນທີ່ຈັດຕັ້ງປະຕິບັດຢູ່ 259 ບ້ານ ໃນ 10 ແຂວງ ທົ່ວປະເທດ ທັງນີ້ກໍເພື່ອຮັບປະກັນການໃຫ້ບໍລິການສຸຂະພາບມີປະສິດທິພາບ ແລະ ປະສິດທິຜົນ ແລະ ເພື່ອເຊື່ອມສານການບໍລິການສຸຂະພາບສໍາລັບແມ່ ແລະ ເດັກ ເປັນຕົ້ນ ການບໍລິການສັກ ຢາກັນພະຍາດ ແລະ ໂພຊະນາການເຂົ້ານໍາ, ທັງນີ້ ກໍເພື່ອໃຫ້ສາມາດບັນລຸເປົ້າໝາຍໃນການຍົກສູງຄຸນນະພາບຂອງການບໍລິການສາທາລະນະສຸກໃນຂັ້ນແຂວງ ຈົນເຖິງຂັ້ນຊຸມຊົນ, ການສ້າງ ແລະ ນໍາໃຊ້ຄູ່ມືການປິ່ນປົວຕ່າງໆ ແລະ ການຝຶກອົບຮົມໃຫ້ແກ່ພະນັກງານແພດໝໍຈາກສະຖານທີ່ບໍລິການສາທາລະນະສຸກຫຼາຍກວ່າ 200 ແຫ່ງທົ່ວປະເທດ, ພາຍໃຕ້ແຜນງານດັ່ງກ່າວ ອົງການ USAID ມີເຈດຈໍານົງທີ່ຈະໃຫ້ການສະຫນັບສະຫນູນເປັນມູນຄ່າ 10 ລ້ານໂດລາສະຫະລັດ ເປັນເວລາ 5 ປີ.