ນາຍົກ ກ່າວຄຳປາໄສໃນຫົວຂໍ້ “ນຳໃຊ້ນະວັດຕະກຳດ້ານດີຈິຕອນ ເພື່ອຊຸກດັນການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ”

ວັນທີ 22 ເມສາ 2024 ນີ້ ຢູ່ບາງກອກ ປະເທດໄທ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວປາໄສດ້ວຍຮູບແບບບັນທຶກເປັນວິດີໂອ ໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ທີ່ຈັດຂຶ້ນແຕ່ວັນທີ 22-26 ເມສາ 2024 ພາຍໃຕ້ຫົວຂໍ້: ການນຳໃຊ້ນະວັດຕະກຳດ້ານດີຈິຕອນ ເພື່ອຊຸກດັນການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ປາຊີຟິກ ໂດຍມີການເຂົ້າຮ່ວມແບບເຊິ່ງໜ້າ ແລະ ທາງໄກ ຂອງປະມຸກລັດ/ຫົວໜ້າລັດຖະບານ, ຄະນະຜູ້ແທນຂັ້ນສູງຈາກ 46 ປະເທດສະມາຊິກ ລວມທັງທ່ານ ປະທານາທິບໍດີ ຟິລິບປິນ, ທ່ານນາຍົກລັດຖະ ມົນຕີ 3 ປະເທດຄື: ບັງກລາເທດ, ກຳປູເຈຍ ແລະ ໄທ, ທ່ານປະທານສະມັດຊາໃຫຍ່ ອົງການ ສປຊ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫລາຍກວ່າ 20 ພາກສ່ວນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ຂອງຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ ຫລື UNESCAP ຕະ ຫລອດໄລຍະເກືອບ 8 ທົດສະວັດ ທີ່ຜ່ານມາ ອັນໄດ້ປະກອບສ່ວນຊຸກຍູ້, ສົ່ງເສີມການຮ່ວມມືເພື່ອການພັດທະນາເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊີ-ປາຊີຟິກ ເປັນກ້າວໆມາ ນັບຈາກການຟື້ນຟູພາຍ ຫລັງສົງຄາມໂລກຄັ້ງທີສອງ ໄປຈົນເຖິງການແກ້ໄຂບັນຫາຄວາມທຸກຍາກ, ການສົ່ງເສີມດ້ານການຄ້າ ແລະ ການລົງທຶນ, ການພັດທະນາຕາໜ່າງຄົມມະນາຄົມຂົນສົ່ງ, ການພັດທະນາສັງຄົມ, ການປົກປັກຮັກສາສິ່ງແວດລ້ອມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ. ພ້ອມທັງໄດ້ແຈ້ງຕໍ່ທີ່ປະຊຸມກ່ຽວກັບຄວາມພະຍາຍາມຂອງ ສປປ ລາວ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນ ດາເຜົ່າ ແລະ ພັດທະນາເສດຖະກິດສີຂຽວໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ທົ່ວເຖິງກັນ ເພື່ອກ້າວໄປສູ່ການຫລຸດພົ້ນອອກຈາກ ສະຖານະພາບເປັນປະເທດດ້ອຍພັດທະນາ ພາຍໃນປີ 2026 ກໍຄື ການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ໄປສູ່ການເປັນປະເທດເຊື່ອມຈອດ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ ກໍຄື ການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025) ເຊິ່ງຂະບວນການຫັນເປັນດີຈິຕອນຂອງ ສປປ ລາວ ຕາມທິດ 3 ເສົາຄ້ຳຄື: ການພັດທະນາລັດຖະບານ ດີຈິຕອນ (Digital Government); ການພັດທະນາເສດຖະກິດ ດີຈິຕອນ (Digital Economy) ແລະ ການພັດທະນາສັງຄົມ ດີຈິຕອນ (Digital Society). ນອກຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ: ປີ 2024 ນີ້, ເປັນປີທີ່ມີຄວາມໝາຍຄວາມສຳຄັນ ສຳລັບ ສປປ ລາວ ທີ່ໄດ້ຮັບກຽດເປັນປະທານໝູນ ວຽນ ອາຊຽນ ພາຍໃຕ້ຄຳຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ ແລະ ກໍເປັນປີທ່ອງທ່ຽວລາວ.

ສຳລັບ ຄະນະຜູ້ແທນທາງການຂອງ ສປປ ລາວ ນຳໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຈະໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄປຈົນເຖິງວັນທີ 26 ເມສາ 2024 ເຊິ່ງໃນກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ມີແຜນຈະກ່າວຄຳເຫັນຕໍ່ກອງປະຊຸມໃນພາກອະພິປາຍທົ່ວໄປ ໃນວັນທີ 23 ເມສາ 2024. ນອກຈາກນັ້ນ, ກໍຈະໄດ້ພົບປະສອງຝ່າຍ ຕື່ມອີກ.

ຂ່າວ: ປະເທດລາວ