ອຸປະຕິເຫດລົດຍົກ (ລົດເຄນ) ເສຍຫລັກປີ້ນລົງຂ້າງທາງ ຢູ່ພູຄົກເຂົາດໍ ເມືອງຊະນະຄາມ ແຂວງວຽງຈັນ ເສຍຊີວິດຄາໃນລົດ 1 ຄົນ

ມູນນິທິຊ່ວຍເຫລືອຜູ້ປະສົບໄພ ແຂວງໄຊຍະບູລີ ລາຍລາຍງານ ວັນທີ 12 ເມສາ 2024 ນີ້ວ່າ: ເກີດອຸປະຕິເຫດລົດຍົກ(ລົດເຄນ)ເສຍຫລັກປີ້ນລົງຂ້າງທາງ ຢູ່ພູຄົກເຂົາດໍ ເມືອງຊະນະຄາມ ແຂວງວຽງຈັນ ໃນຄ່ຳຄືນ ວັນທີ 11 ເມສາ 2024, ເຮັດໃຫ້ຜູ້ຂັບລົດເສຍຊີວິດຄາທີ່ຢູ່ໃນລົດຄັນດັ່ງກ່າວ. ມູນນິທິຊ່ວຍເຫລືອຜູ້ປະສົບໄພ ແຂວງໄຊຍະບູລີ ໄດ້ສົມທົບກັບໜ່ວຍກູ້ໄພນະຄອນຫລວງວຽງຈັນ 1624 ຊ່ວຍກັນດຳຕັດ -ງັດເຫຼັກ ເອົາຮ່າງຜູ້ເສຍຊິວິດທີ່ຕິດຢູ່ໃນລົດອອກມາ, ແຕ່ເຖິງປັດຈຸບັນຍັງບໍ່ສາມາດເອົາອອກໄດ້ເນື່ອງຈາກສະພາບແວດລ້ອມບໍ່ອຳນວຍ ເຊິ່ງໜ່ວຍກູ້ໄພພວມສືບຕໍ່ຕັດ-ງັດ ເອົາຮ່າງຜູ້ເສຍຊີວິດ ອອກມາໃຫ້ໄດ້ໂດຍໄວ.

