ຮອງປະທານປະເທດ ລົງຊີ້ນຳກຽມຄວາມພ້ອມປັບປຸງດ່ານທ້ອງຖິ່ນບ້ານວັງເມືອງໝື່ນຂຶ້ນເປັນດ່ານສາກົນ

ວັນທີ 8 ເມສາ 2024, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະ ລົງຊຸກຍູ້ວຽກງານຮອບດ້ານຢູ່ແຂວງວຽງຈັນ, ເພື່ອຕິດຕາມກວດກາ ໂຄງການປັບປຸງ ພື້ນຖານໂຄງລ່າງ ແລະ ກໍ່ສ້າງລະບົບອາຄານຫ້ອງການ ໃນການຍົກລະດັບດ່ານທ້ອງຖິ່ນບ້ານວັງເມືອງໝື່ນແຂວງວຽງຈັນຂຶ້ນເປັນດ່ານສາກົນ.

 ໂອກາດນີ້ ທ່ານ ຮອງປະທານປະເທດ ຊີ້ນຳໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຂອງໂຄງການປັບປຸງຍົກລະດັບດ່ານທ້ອງຖິ່ນບ້ານວັງເມືອງໝື່ນຂຶ້ນເປັນດ່ານສາກົນ ທີ່ຍັງຄົງຄ້າງໃຫ້ສຳເລັດ, ກະກຽມຄວາມພ້ອມດ້ານບຸກຄະລາກອນ, ອຸປະກອນຮັບໃຊ້ວຽກງານ ເພື່ອສ້າງຄວາມສະດວກໃນການໃຫ້ບໍລິການປະຊາຊົນບັນດາເຜົ່າ ພ້ອມທັງເພີ່ມທະວີການຮັກສາຄວາມສະຫງົບລຽບຕາມຊາຍແດນ ໂດຍການວາງກຳລັງຕາມແຄມຊາຍແດນ ເພື່ອປິດອັດຈຸດຂ້າມລອຍຂອງສັດຕູຫ້າມບໍ່ໃຫ້ບັນດາກຸ່ມຄົນບໍ່ດີ ເຂົ້າມາສ້າງຄວາມບໍ່ສະຫງົບ.

ໂຄງການປັບປຸງຍົກລະດັບ ດ່ານບ້ານວັງ ເມືອງໝື່ນ ຂື້ນເປັນດ່ານສາກົນໄດ້ຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນມີນາ 2023 ຕາມການເຫັນດີຈາກສູນກາງ ໂດຍໄດ້ມີການປັບປຸງກໍ່ສ້າງ, ຕໍ່ເຕີມອາຄານ ແລະ ປັບປຸງພື້ນຖານໂຄງລ່າງ ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າແລ້ວ 10 ໜ້າວຽກ ກວມ 75% ຂອງ 15 ມາດຖານ ເປັນຕົ້ນແມ່ນ: ການບຸກເບີກປັບເດີ່ນບໍລິເວນດ່ານໃນເນື້ອທີ່ 10,8 ເຮັກຕາ ສຳເລັດແລ້ວ 6,8 ເຮັກຕາ, ປັບປຸງລະບົບອາຄານທີ່ພັກຜູ້ໂດຍສານ, ຫ້ອງການພາສີ ແລະ ຫ້ອງການ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ຫຼື ຕມ ແມ່ນສຳເລັດ ສາມາດບໍລິການປະຊາຊົນໄດ້100% ແລະ ວຽກງານອື່ນໆ.