ເກີດເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ

ເວລາປະມານ 08:30 ນາທີ ຂອງວັນທີ 9 ເມສາ 2024 ນີ້, ເກີດເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານດົງໂດກ (ຫລັງສູນອາຫານ ມຊ) ເມືອງໄຊທານີ ນະຄອນຫລວງວຽງຈັນ.
ລາຍງານຈາກປະຊາຊົນເບື້ອງຕົ້ນແມ່ນມີເຮືອນເສຍຫາຍ 3 ຫລັງ, ປັດຈຸບັນເຈົ້າໜ້າທີ່ດັບມອດໄຟ ແລະ ທາງໜ່ວຍງານກູ້ໄພມູນນິທິຈີນ 1628 ຊ່ວຍເລັ່ງດັບມອດໄຟບໍ່ໃຫ້ລຸກລາມໄປໃສ່ເຮືອນຫລັງອື່ນໄດ້ແລ້ວ. ສ່ວນສາເຫດການເກີດໄຟໄໝ້ຄັ້ງນີ້ ເຈົ້າໜ້າທີ່ພວມເລັ່ງເກັບກຳ ແລະ ກວດສອບ.

