ລົດເມຢຽບຄົນຂັບລົດຈັກເສຍຊີວິດ ຢູ່ເສັ້ນທາງເຂດບ້ານຄຳຮຸ່ງ

ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 13 ໂມງ ຂອງວັນທີ 12 ຕຸລາ ນີ້, ໄດ້ເກີດອຸປະຕິເຫດ ລົດເມສາຍທາງດົງໂດກ-ໂພນຕ້ອງ ຂອງລັດວິສາຫະກິດລົດເມ ຢຽບຄົນຂັບຂີ່ລົດຈັກເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ກ່ອນເກີດເຫດ ໄດ້ມີລົດເມ ໝາຍເລກທະບຽນ ບຂ 0797 ຂັບໂດຍທ້າວ ສີສຸພັນ ອາຍຸ 37 ປີ ຢູ່ບ້ານ ນ້ຳກ້ຽງ ເມືອງ ນາຊາຍທອງ, ຂັບຂີ່ມາຕາມເສັ້ນທາງບ້ານ ດົງໂດກ, ເພື່ອມຸ່ງໜ້າມາສະຖານີລົດເມຕະຫລາດເຊົ້າ, ແຕ່ພໍມາເຖິງຈຸດເກີດເຫດ ເຂດບ້ານ ຄຳຮຸ່ງ ເມືອງ ໄຊທານີ, ຕີນຫລັງລົດເມໄດ້ຢຽບເອົາຄົນຂັບລົດຈັກ ທີ່ເປັນຜູ້ຍິງ ອາຍຸ 15 ປີ, ເຮັດໃຫ້ເສຍຊີວິດຄາທີ່ ແລະ ສາເຫດຂອງອຸປະຕິເຫດນີ້ເຈົ້າໜ້າທີ່ຍັງສືບສວນ-ສອບສວນ.
