ເນື້ອທີ່ນາຢູ່ເມືອງມະຫາໄຊເສຍຫາຍຫລາຍຮ້ອຍເຮັກຕາຈາກສະພາບຝົນຕົກໜັກ

ທ່ານ ຮອງຫົວໜ້າຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ມະຫາໄຊແຂວງຄຳມ່ວນໃຫ້ຮູ້ວ່າ: ທົ່ວເມືອງມີເນື້ອທີ່ການຜະລິດເຂົ້າ ນາປີ 7.505 ເຮັກຕາ ເທົ່າກັບ 95% ຂອງແຜນການ, ໃນນັ້ນ ເນື້ອທີ່ຜະລິດສະບຽງອາຫານມີ 5.775 ເຮັກຕາ, ຜະລິດເປັນສິນ ຄ້າ 1.716 ເຮັກຕາ ແລະ ຜະລິດ ແນວພັນ 14 ເຮັກຕາ.

 

+ ແຂວງຄຳມ່ວນໄດ້ຮັບຜົນກະທົບຫລາຍສົມຄວນ ຈາກໄພນ້ຳຖ້ວມເມື່ອກາງເດືອນນີ້

+ ສະພາບຝົນຕົກຈະເບົາບາງລົງ

ເນື້ອທີ່ປູກພືດລະດູຝົນເປັນ ສິນຄ້າ 239 ເຮັກຕາ ແລະ ເປັນ ສະບຽງອາຫານ 180 ເຮັກຕາ, ການລ້ຽງສັດ ໃນທົ່ວເມືອງມີ ຄວາຍ 13 ພັນກວ່າໂຕ, ງົວ 16 ພັນໂຕ, ໝູ 8 ພັນໂຕ, ແບ້ 3 ພັນ ໂຕ ແລະ ສັດປີກ 51 ພັນກວ່າ ໂຕ ແລະ ພາຍຫລັງເກີດສະພາບ ຝົນຕົກໜັກຫລາຍໃນເຂດເມືອງ ມະຫາໄຊໄດ້ເຮັດໃຫ້ເນື້ອທີ່ນາ ຖືກນ້ຳຖວ້ມ 1.000 ກວ່າເຮັກ ຕາ ໃນນັ້ນເສຍຫາຍໄປແລ້ວ 767 ເຮັກຕາ, ນອກນັ້ນຍັງມີ ງົວ, ຄວາຍ ແລະ ສັດລ້ຽງອື່ນໆ ຕາຍຈຳນວນໜຶ່ງ.