ສານປະຊາຊົນນະຄອນຫລວງຕັດສີນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກ 6 ປີເຄິ່ງ

ເມື່ອບໍ່ດົນມານີ້,ທ້າວ ໂຄໂສກວາງ ອາຍຸ 37 ປີຢູ່ບ້ານສາລະຄຳເມືອງຫາດຊາຍຟອງນະຄອນຫລວງວຽງຈັນ, ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຈໍາຄຸກເປັນເວລາ 6 ປີ 6 ເດືອນ, ພ້ອມປັບໄໝ 28 ລ້ານກີບ ໃນຄວາມຜິດຄ້າຂາຍຢາເສບຕິດ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວໄດ້ເມື່ອຕົ້ນປີ 2017 ນີ້, ໃນຂະນະເອົາຢາບ້າໄປສົ່ງໃຫ້ລູກຄ້າຢູ່ເຂດບ້ານໜອງໄຮເມືອງຫາດຊາຍຟອງ, ພ້ອມຂອງກາງຢາບ້າ 200 ເມັດ ແລະ ຜູ້ກ່ຽວຍັງເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງເປັນເວລາ 5 ປີຍ້ອນຄ້າຂາຍຢາເສບຕິດ ແລະ ພາຍຫລັງພົ້ນໂທດອອກມາກໍບໍ່ເຂັດຫລາບ ແລະ ກັບໄປພົວພັນຄ້າຂາຍຢາເສບຕິດຄືນອີກ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ ແລະ ຖືກສານຕັດສີນລົງໂທດຄືດັ່ງກ່າວ.
ຂ່າວ-ພາບ : ຫນັງສືພິມ ປກສ

