ປກສ ຫລວງນ້ຳທາ ມອບລົດຈັກ 3 ຄັນ ທີ່ຖືກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ

   ໃນກາງເດືອນມີນານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຫລວງນ້ຳທາ ໄດ້ມອບລົດຈັກ 3 ຄັນ ທີ່ຖືກຄົນຮ້າຍລັກໄປ ມາສົ່ງຄືນໃຫ້ເຈົ້າຂອງເດີມ ລວມມີ:ລົດຈັກຍີ່ຫໍ້ ຮອນດາ ຄິກໄອ ສີຂາວ-ດຳ;  ລົດຈັກຍີ່ຫໍ້ຮອນດາ ເວບ 100 ສີແດງ-ດໍາ (ທັງສອງຄັນຖືກຄົນຮ້າຍລັກໄປໃນເດືອນ ມັງກອນ 2024); ລົດຈັກເວບ 100 ສີຂຽວ-ດໍາ (ຖືກຄົນຮ້າຍລັກໄປໃນວັນທີ 24 ທັນວາ 2021).

    ພັຕ ຄຳມະນີ ລືໄຊ ຮອງຫົວໜ້າພະແນກສືບສວນ-ສອບສວນ ປກສ ແຂວງ ໄດ້ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ຈົ່ງສືບຕໍ່ຍົກສູງສະຕິລະວັງຕົວ, ເປັນເຈົ້າການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງຕົນໃຫ້ດີ ເພື່ອບໍ່ໃຫ້ເປັນຊ່ອງວ່າງໃຫ້ກຸ່ມຄົນບໍ່ດີເຄື່ອນໄຫວລັກຊັບ ແລະ ອື່ນໆ.