ຮ້ານອາຫານສະມູດ ມອບເຄື່ອງກິລາໃຫ້ ປກສ ກຸ່ມເພຍວັດ

ວັນທີ 9 ຕຸລາ ນີ້, ຢູ່ຮ້ານອາ ຫານສະມູດ ບ້ານ ສະພານທອງ ເໜືອ ເມືອງ ສີສັດຕະນາກນະ ຄອນຫລວງວຽງຈັນ ທ່ານ ຊ່ານ ຈຸນ ຜູ້ຈັດການຮ້ານດັ່ງກ່າວ ໄດ້ ມອບເຄື່ອງກິລາຈຳນວນ 20 ຊຸດ ໃຫ້ ທ່ານ ພັນຕີ ບຸນຈັນ ພິລາ ວົງ ຮອງປກສ ກຸ່ມເພຍວັດ. ໂດຍ ມີບັນດາພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
+ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ບ້ານວັງມ້າມູນຄ່າຫລາຍລ້ານກີບ
+ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອປະຊາຊົນ 3 ບ້ານຢູ່ເມືອງວັງວຽງ
ໃນໂອກາດນີ້, ທ່ານ ພັນຕີ ບຸນຈັນ ພິລາວົງ ໄດ້ກ່າວ ສະ ແດງຄວາມ ຂອບໃຈທີ່ ຮ້ານອາ ຫານ ດັ່ງກ່າວ ໄດ້ນຳເອົາ ເຄື່ອງ ກິລາ ມາມອບໃຫ້ຄັ້ງນີ້ ເພື່ອຈະ ນຳໃຊ້ເຂົ້າໃນການແຂ່ງ ຂັນກິລາ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ແລະ ງານກິລາອື່ນໆ ທີ່ ກອງບັນຊາການ ປກສ ເມືອງ ສີສັດຕະນາກ ແລະ ພາກສ່ວນ ອື່ນໆຈັດຂຶ້ນໃຫ້ມີບັນຍາກາດ ຟົດຟື້ນ.

