ພະຍາດໃໝ່ທີ່ມີສາເຫດມາຈາກຢາສູບ

ໃນການວິໄຈຈາກຫລາຍໆປະເທດລ້ວນແຕ່ອອກມາເປັນເອກະພາບກົງກັນ ແລະ ປະກາດວ່າການສູບຢາເປັນສາເຫດສຳຄັນ ຂອງພະຍາດມະເຮັງປອດ ແລະ ພະຍາດຊຳ້ເຮື້ອອື່ນໆ ຫລ້າສຸດໄດ້ມີການຮັບຮອງວ່າ 9 ພະຍາດໃໝ່ທີ່ເກີດຈາກການສູບຢາ ຫລື ໄດ້ຮັບຄັວນຢາສູບມືສອງຈາກຜູ້ອື່ນໄດ້ແກ່ :
- ມະເຮັງຕັບ.
- ມະເຮັງລຳໄສ້.
- ວັນນະໂລກ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການເປັນວັນນະໂລກຫລາຍຂຶ້ນ, ເສຍຊີວິດ ແລະ ກັບມາເປັນຊຳ້ຫລາຍຂຶ້ນນຳອີກ.
- ເພີ່ມຄວາມສ່ຽງໃນການເປັນພະຍາດເບົາຫວານເຖິງ 30 – 40% ທຽບກັບຜູ້ທີ່ບໍ່ໄດ້ສູບ.
- ຈໍປະສາດຕາເສື່ອມ ເຊິ່ງຈະກ່ຽວຂ້ອງກັນກັບອາຍຸທີ່ເພີ່ມຂຶ້ນ.
- ລູກເພດານປາກແຫ່ວງຕັ້ງແຕ່ເກີດໃນແມ່ທີ່ສູບຢາ.
- ຖືພານອກມົດລູກ.
- ພະຍາດປະດົງຂໍ້ ແລະ ອາການພູມຕ້ານທານຮ່າງກາຍຫລຸດລົງ.
- ພະຍາດເສັ້ນເລືອດໃນສະໝອງຕີບ ຫລື ພະຍາດເສັ້ນເລືອດໃນສະໝອງແຕກຈາກການໄດ້ຮັບຄັວນຢາສູບມືສອງ.

