ຈໍານວນຜູ້ເສຍຊີວິດຈາກອາກາດໜາວຢູ່ອັບການິດສະຖານເພີ່ມສູງເຖິງ 39 ຄົນ

     ທ່ານ ມຸນລາ ຈານັນ ແຊກ ໂຄສົກໜ່ວຍງານໄພພິບັດລະດັບຊາດຂອງອັບການິດສະຖານ ເປີດເຜີຍຈໍານວນຜູ້ເສຍຊີວິດຈາກສະພາບອາກາດໜາວ ແລະ ຫິມະຕົກໃນລະດູໜາວເພີ່ມເປັນ 39 ຄົນ. ຂະນະທີ່ຫລາຍພື້ນທີ່ຂອງປະເທດຍັງຜະເຊີນຄື້ນຄວາມໜາວພັດຜ່ານ.

     ທ່ານ ແຊກ ກ່າວວ່າ: ມີຜູ້ເສຍຊີວິດປະມານ 39 ຄົນ ແລະ ຜູ້ບາດເຈັບອີກ 30 ຄົນ ຈາກຝົນຕົກ, ຫິມະ ແລະ ສະພາບອາກາດໜາວ. ຂະນະດຽວກັນມີເຮືອນເປ່ເພເສຍຫາຍ 637 ຫລັງ ແລະ ສັດລ້ຽງຕາຍຈາກສະພາບອາກາດໜາວ 13.889 ໂຕ.

     ໜ່ວຍງານໄພພິບັດລະດັບຊາດຂອງອັບການິດສະຖານຈະພະຍາຍາມຈັດສັນການຊ່ວຍເຫລືອຢ່າງເຕັມທີ່ ເຊິ່ງຄວບຄຸມການແຈກຢາຍອາຫານໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ ລວມທັງອາຫານສັດ ເພື່ອປ້ອງກັນການສູນເສຍເພີ່ມຂຶ້ນ.

     ຫລາຍພື້ນທີ່ຂອງອັບການິດສະຖານຜະເຊີນຝົນຕົກ ແລະ ຫິມະຕົກນັບແຕ່ວັນທີ 3 ມີນາຜ່ານມາ.